11:13 | 21/04/2019

ສຶກສາຄວາມເປັນໄປໄດ້ໂຄງການສາຍສົ່ງ 500 KV ລາວ-ຫວຽດນາມ

ສຶກສາຄວາມເປັນໄປໄດ້ໂຄງການສາຍສົ່ງ 500 KV ລາວ-ຫວຽດນາມ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ. ພາບ: vientianemai.net

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ດ້ານ​ເຕັກ­ນິກ-ເສດ­ຖະ­ກິດ ແລະ ຜົນ​ກະ­ທົບ​ເບື້ອງ​ຕົ້ນ​ດ້ານ​ສິ່ງແວ­ດລ້ອມ ແລະ ສັງ­ຄົມ​ຂອງ​ໂຄງ­ການ​ສາຍ​ສົ່ງ 500 KV ເສັ້ນ​ໜຶ່ງ ທີ່​ຈະ​ນຳ​ໃຊ້​ໃນ​ການ​ສົ່ງ​ພະ­ລັງ­ງານ​ໄຟ­ຟ້າ​ຈາກ ສປປ ລາວ ໄປ​ຫາ ສສ ຫວຽດ­ນາມ ໄດ້ຈັດ​ຂຶ້ນໃນອິາທິດແລ້ວຢູ່​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ (ພບ) ລະ­ຫວ່າງ​ທ່ານ ທອງ​ພັດ ອິນ​ທະ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ພບ ແລະ ທ່ານ ລູ​ໂບ​ມຽກ ວາ​ບາ​ນອບ ຜູ້​ຈັດ­ການ​ຝ່າຍ​ລົງ­ທຶນ​ໃນ​ໂຄງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ພື້ນ­ຖານ​ໂຄງ​ລ່າງ ປະ­ຈຳ​ພາກ​ພື້ນ​ອາ­ຊີ ແລະ ປາ​ຊີ​ຟິກ ອົງ­ການ-ການ​ເງິນ​ສາ­ກົນ (IFC) ໂດຍ​ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ເພື່ອ​ລະ­ດົມ​ການ​ລົງ­ທຶນ​ຈາກ​ເອ­ກະ​ຊົນ​ທີ່​ມີ​ຄຸນ​ນະ​ພາບ ເຂົ້າ​ໃນ​ພາ­ລະ­ກິດ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຂະ­ແໜງ​ສາຍ​ສົ່ງ ພະ­ລັງ­ງານ​ໄຟ­ຟ້າ​ຂອງ ສປປ ລາວ ເພື່ອ​ເສີມ​ຂະ­ຫຍາຍ​ຕາ​ໜ່າງ​ແຈກ​ຢາຍ​ພາຍ​ໃນ ແລະ ສົ່ງ­ເສີມ​ການ​ສົ່ງ​ອອກ​ນອກ ປະ­ກອບ­ສ່ວນ​ໃຫ້­ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ ແລະ ສົ່ງເສີມ​ຄວາມ​ສົມ­ບູນ​ພູນ​ສຸກ​ຮ່ວມ​ກັນ​ຢູ່ ສປປ ລາວ.

ໄລ­ຍະ 6 ເດືອນ​ພາຍ­ຫຼັງ​ການ​ລົງ​ນາມ​ຄັ້ງ​ນີ້ ອົງ­ການ IFC ຈະ​ຮ່ວມ​ກັບ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ດຳ­ເນີນ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ເບື້ອງ​ຕົ້ນ​ໂຄງການ​ສາຍ​ສົ່ງ 500 KV ເສັ້ນ​ໜຶ່ງ ທີ່​ຈະ​ນຳ​ໃຊ້​ໃນ​ການ​ສົ່ງ​ພະ­ລັງ­ງານ​ໄຟ­ຟ້າ​ຈາກ ສປປ ລາວ ໄປ​ສູ່​ປະ­ເທດ​ຫວຽດ­ນາມ ຖ້າ​ບໍ່​ມີ​ຄວາມ​ແທດ​ເໜາະ ອົງການ IFC ກໍ​ຈະ​ສຶບ​ຕໍ່​ຊ່ວຍ​ກະ­ຊວງ ພບ ໃນ​ການ​ກຳ­ນົດ ແລະ ປະ​ເມີນ​ໂຄງ­ການ​ສາຍ​ສົ່ງ​ເສັ້ນ​ອື່ນ ທີ່​ເໝາະ​ສົມ​ສຳ­ລັບ​ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

Link: https://huunghivietlao.thoidai.com.vn/detail-article-3927.html

In bài biết