09:34 | 25/04/2019

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືດ້ານເຕັກນິກການທະຫານ

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືດ້ານເຕັກນິກການທະຫານ

ບັນຍາກາດທີ່ການຕ້ອນຮັບ. (ພາບ: qdnd.vn)

ຊົມເຊີຍທ່ານພົນຕີ ກີລາກອນ ບຸນນະຜົນ ນໍາໜ້າຄະນະພະນັກງານກົມໃຫຍ່ເຕັກນິກກອງທັບປະຊາຊົນລາວມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານພົນໂທ ເບ໊ຊວນເຈື່ອງ ຖືວ່າ ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນໍາທີ່ເປັນເອກະພາບຈາກສອງກະຊວງປ້ອງກັນປະເທດ, ກົມໃຫຍ່ເຕັກນິກກອງທັບສອງປະເທດ ໄດ້ຮ່ວມມືໃນຂົງເຂດການກໍ່ສ້າງ ແລະການຝຶກອົບຮົມໃຫ້ແກ່ພະນັກງານ, ພາລະກອນເຕັກນິກຢ່າງມີປະສິດທິຜົນ…

ທ່ານພົນໂທ ເບ໊ຊວນເຈື່ອງ ໄດ້ສະເໜີສອງຝ່າຍຄວນສົມທົບກັນໃນການສ້າງ ແລະຜັນຂະຫຍາຍແຜນການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ, ໃນນັ້ນສຸມໃສ່ເຂົ້າໃນການສ້າງແຜນການກໍ່ສ້າງໄລຍະຍາວ; ພ້ອມທັງຢັ້ງຢືນວ່າ ການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ຂະແໜງເຕັກນິກກອງທັບສອງປະເທດຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ໃຫ້ພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພັດທະນາຂອງກອງທັບແຕ່ລະປະເທດ.

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3923.html

In bài biết