ການນໍາຂັ້ນສູງຂອງລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງການນໍາຂັ້ນສູງຫວຽດນາມ
|
ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.
ໜັງສຶພິມປະຊາຊົນ ສປປ ລາວ ໄດ້ອອກຂ່າວໃນວັນທີ 24 ເມສາ ເຊິ່ງເນື້ອໃນບົດຂ່າວລະບຸວ່າ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ໄດ້ສົ່ງສານ ສະແດງຄວາມເສົ້າສະຫຼົດໃຈເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ເມື່ອວັນທີ 23 ເມສານີ້, ເນື້ອໃນສານລະບຸວ່າ:
ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງ ແນວລາວສ້າງຊາດ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າ ສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ພົນເອກ ເລ ດຶກ ແອັງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ອະດີດ ກຳມະການກົມການເມືອງສູນກາງພັກ ສະໄໝທີ V,VI,VII,VIII, ອະດີດສະມາຊິກສະພາແຫ່ງຊາດສະໄໝທີ VI,VIII,IX. ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນອັນ ໃຫຍ່ຫຼວງ ຂອງສະຫາຍ ເລ ດຶກ ແອັງ ໃນພາລະກິດຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຫວຽດນາມເປັນເວລາຫຼາຍກວ່າ 80 ປີ.
ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ. ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍ ທີ່ ສະໜິດສະໜົມ ແລະ ໃກ້ຊິດ ຂອງ ພັກ, ລັດ ແລະ ປະຊາຊົນ ລາວ ພວກຂ້າພະເຈົ້າອີກດ້ວຍ.
ໃນໄລຍະເວລາອັນໂສກເສົ້າເສຍດາຍນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສູນກາງແນວລາວສ້າງຊາດ ຂໍແບ່ງເບົາຄວາມທຸກໂສກ ແລະ ສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມພ້ອມດ້ວຍ ປະຊາຊົນ ຫວຽດນາມ ອ້າຍນ້ອງ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ເລ ດຶກ ແອັງ ມານະໂອກາດນີ້ ດ້ວຍ.
(ໄຊພອນ)