13:20 | 25/04/2019

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານເຕັກນິກການທະຫານ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານເຕັກນິກການທະຫານ

ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ຊົມເຊີຍທ່ານພົນຕີ ກີລາກອນ ບຸນນະຜົນ ໄດ້ນໍາໜ້າຄະນະພະນັກງານກົມໃຫຍ່ເຕັກນິກກອງທັບປະຊາຊົນລາວມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານພົນໂທ ເບຊວນເຈື່ອງ ໄດ້ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນໍາທີ່ເປັນເອກະພາບຈາກສອງກະຊວງປ້ອງກັນປະເທດ, ກົມໃຫຍ່ເຕັກນິກກອງທັບສອງປະເທດ ໄດ້ຮ່ວມມືໃນຂົງເຂດການກໍ່ສ້າງ ແລະ ການຝຶກອົບຮົມໃຫ້ແກ່ພະນັກງານ, ພາລະກອນເຕັກນິກຢ່າງມີປະສິດທິຜົນ, ສະໜັບສະໜູນອຸປະກອນເຕັກນິກ...

ທ່ານພົນໂທ ເບຊວນເຈື່ອງ ໄດ້ສະເໜີສອງຝ່າຍຕ້ອງມີການສົມທົບກັນຢ່າງໃກ້ຊິດໃນການສ້າງ ແລະ ຜັນຂະຫຍາຍແຜນການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ, ໃນນັ້ນສຸມໃສ່ເຂົ້າໃນການສ້າງແຜນການກໍ່ສ້າງໄລຍະຍາວ; ພ້ອມກັນັ້ນ ທ່ານພົນໂທ ເບຊວນເຈື່ອງ ກໍ່ໄດ້ຢັ້ງຢືນວ່າ ການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ຂະແໜງເຕັກນິກກອງທັບສອງປະເທດມີການຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ໃຫ້ພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາຂອງກອງທັບແຕ່ລະປະເທດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3920.html

In bài biết