15:34 | 24/12/2018

ລາວ-ຫວຽດນາມ ຮ່ວມມືດ້ານການປົກຮັກສາປ່າ ລຽບຕາມແນວຊາຍແດນ

ລາວ-ຫວຽດນາມ ຮ່ວມມືດ້ານການປົກຮັກສາປ່າ ລຽບຕາມແນວຊາຍແດນ

ບັນຍາກາດກອງປະຊຸມ.

ເຂົ້າຮ່ວມທີ່ກອງປະຊຸມປະກອບມີ : ທ່ານ ພົງສະຫວັນ ຫອມນະບຸນລັດ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ; ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກ ກະສິກຳ ແຂວງຄຳມ່ວນ; ຝ່າຍຫວຽດນາມປະກອບມີ ທ່ານ ຫງວ໋ຽນ ວັນຫວຽດ ຫົວໜ້າພະແນກ ກະສິກຳ ແລະ ພັດທະນາ ແຂວງຮ່າຕິ໋ງ ແລະ ຕ່າງໜ້າຜູ້ສານງານແຫ່ງຊາດ ຄະນະຄຸ້ມຄອງໂຄງການ UN – REDD ຫວຽດນາມ ໄລຍະ 2 ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ລາວ-ຫວຽດນາມ ຮ່ວມມືດ້ານການປົກຮັກສາປ່າ ລຽບຕາມແນວຊາຍແດນ

ຄະນະຜູ້ແທນ ຝ່າຍລາວ.

ຫຼັງຈາກນັ້ນທັງສອງຝ່າຍໄດ້ຈັດກອງປະຊຸມສຳມະນາ, ກອງປະຊຸມ, ຊຸດຝຶກອົບຮົມ, ເຊັນສັນຍາລົງນາມໃນບັນດາເອກກະສານທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງ, ປົກປັກຮັກສາປ່າ ກັບອຳນາດການປົກຄອງແຕ່ລະຂັ້ນ, ກັບຄ້າຍທະຫານຊາຍແດນ, ກົມພາສີ, ເຈົ້າໜ້າທີ່ປ່າໄມ້, ເຈົ້າຂອງປ່າ...

ລາວ-ຫວຽດນາມ ຮ່ວມມືດ້ານການປົກຮັກສາປ່າ ລຽບຕາມແນວຊາຍແດນ

ຄະນະຜູ້ແທນຝ່າຍລາວ.

ຕໍ່ຈາກນັ້ນກໍ່ສາມາດຍົກສູງຄວາມຮັບຮູ້ກ່ຽວກັບວຽກງານດັ່ງກ່າວ ໃຫ້ແກ່ປະຊາຊົນ ທີ່ອາໄສຢູ່ ລຽບຕາມແນວຊາຍແດນ..., ຊ່ວຍຍັບຢັ້ງການກະທຳຜິດ ກໍ່ຄືການລະເມີດກົດໝາຍ ວ່າດ້ວຍປ່າໄມ້; ສ້າງແຜນການ-ການລາດຕະເວນ, ກວດກາ, ປະຕິບັດວຽກງານການປົກປັກຮັກສາປ່າ ຢູ່ໃນປ່າ ເພື່ອຕ້ານບັນດາພຶດຕິກຳ ການຄ້າ, ຂົນສົ່ງ, ລ່າສັດປ່າ ທີ່ຜິດກົດໝາຍ; ປະສານສົມທົບກັນດ້ານຂໍ້ມູນຂ່າວສານ, ຊຸກຍູ້ປະຊາຊົນທີ່ບໍ່ມີສ່ວນກ່ຽວຂ້ອງກັບປ່າ ອອກຈາກພື້ນທີ່....

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3919.html

In bài biết