10:05 | 09/04/2019

ຄໍາມ່ວນ-ກວາງບິ່ງຮັດແໜ້ນສາຍພົວພັນສອງຝ່າຍ

ຄໍາມ່ວນ-ກວາງບິ່ງຮັດແໜ້ນສາຍພົວພັນສອງຝ່າຍ

ສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ສະຫາຍ ເຈີນ ກົງ ຖ້ວດ ຮອງເລຂາຜູ້ປະຈໍາການຄະນະບໍລິຫານງານພັກແຂວງ ,ປະທານຄະນະກໍາມະການປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາແຂວງກວາງບິ່ງ.

ໃນວາລະຂອງການພົບປະ ຫົວໜ້າຄະນະຜູ້ແທນທັງສອງກໍ່ໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານພາຍໃນແຂວງຂອງຕົນໃນໄລຍະຜ່ານມາຈົນເຖິງປະຈຸບັນໃຫ້ກັນ ແລະ ກັນຊາບ ທັງນີ້ກໍ່ເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມພົບປະສອງຝ່າຍໃນວັນທີ 06 ເມສາ 2018 ທີ່ນະຄອນດົງເຮີຍ ແຂວງກວາງບິ່ງ ຜ່ານການແລກປ່ຽນຄໍາຄິດເຫັນ ສອງຝ່າຍຮູ້ສຶກພາກພູມໃຈທີ່ເຫັນໄດ້ວ່າໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງອົງຄະນະພັກ ແລະ ອົງການປົກຄອງສອງແຂວງ ໃນເງື່ອນໄຂທີ່ຕ້ອງປະເຊີນໜ້າກັບຫລາຍບັນຫາຫຍຸ້ງຍາກ , ທ້າທາຍ ແຕ່ວ່າວຽກງານກໍ່ສ້າງພັກຍັງໄດ້ຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ , ຮອບດ້ານ ແລະ ບັນລຸໄດ້ຜົນສໍາເລັດທີ່ສໍາຄັນ . ສະພາບການພັດທະນາທາງດ້ານເສດຖະກິດ - ສັງຄົມຂອງແຕ່ລະແຂວງ ລ້ວນແຕ່ພັດທະນາດີສົມຄວນ , ຊີວິດການເປັນຢູ່ຂອງປະຊາຊົນສືບຕໍ່ນັບມື້ໄດ້ຮັບການຍົກສູງ , ຮັກສາໄດ້ສະພາບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ , ວຽກງານການຕ່າງປະເທດໄດ້ຮັບການເພີ້ມທະວີ , ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງ .

ຄໍາມ່ວນ-ກວາງບິ່ງຮັດແໜ້ນສາຍພົວພັນສອງຝ່າຍ

ທັງສອງແຂວງຮ່ວມເຊັນບົດບັນທຶກກອງປະຊຸມ.

ສໍາລັບປີ 2019 ນີ້ໂດຍໄດ້ຮັບຄໍາເຊີນຂອງຄະນະບໍລິຫານງານພັກແຂວງ , ອົງການປົກຄອງແຂວງຄໍາມ່ວນຄະນະຜູ້ແທນສອງແຂວງຄໍາມ່ວນ-ກວາງບິ່ງກໍ່ໄດ້ດໍາເນີນກອງປະຊຸມພົບປະໂດຍໄດ້ມີການປຶກສາຫາລື ແລະ ເປັນເອກະພາບກັນດ້ານເນື້ອໃນຂອງການຮ່ວມມືເຊິ່ງລວມມີ 05 ວຽກຄື : ວຽກງານພົວພັນລະຫວ່າງບັນດາອົງການພັກ , ອົງການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ ສອງແຂວງສືບຕໍ່ຮັກສາການຜັດປ່ຽນກັນເປັນເຈົ້າພາບໃນການພົບປະແລກປ່ຽນປະຈໍາປີ ສໍາລັບຄະນະຜູ້ແທນຂັ້ນສູງຂອງສອງແຂວງ ສອງປີຕໍ່ຄັ້ງສໍາລັບອົງຄະນະພັກ , ອໍານາດການປົກຄອງ , ອົງການຈັດຕັ້ງມະຫາຊົນ,ຊຸກຍູ້ວຽກງານໂຄສະນາ , ສຶກສາອົບຮົມກ່ຽວກັບມູນເຊື້ອມິດຕະພາບ , ຄວາມສາມັກຄີແບບພິເສດລະຫວ່າງສອງພັກ , ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ , ເວົ້າສະເພາະສອງແຂວງຄໍາມ່ວນ-ກວາງບິ່ງ . ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາອົງການຂອງພັກ , ອົງການປົກຄອງ , ອົງການຈັດຕັ້ງມະຫາຊົນຂອງສອງແຂວງໄດ້ມີການຮໍ່າຮຽນ , ແລກປ່ຽນບົດຮຽນ , ຢ້ຽມຢາມເຊິ່ງກັນ ແລະ ກັນຕາມເນື້ອໃນທີ່ມີຄວາມເໝາະສົມ . ແຂວງກວາງບິ່ງໄດ້ມອບປຶ້ມ “ ປະຫວັດສາຍພົວພັນແບບພິເສດກວາງບິ່ງ - ຄໍາມ່ວນ ໄລຍະປີ 1945 – 2015 ” ໃຫ້ແຂວງຄໍາມ່ວນເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາສຶກສາອົບຮົມກ່ຽວກັບມູນເຊື້ອອັນດີງາມຂອງສອງແຂວງພ້ອມນັ້ນແຂວງກວາງບິ່ງຍັງໄດ້ເຊີນຊາວໜຸ່ມແຂວງຄໍາມ່ວນຈໍານວນ 50 ຄົນ ໄປຮ່ວມກິດຈະກໍາພົບປະແລກປ່ຽນມິດຕະພາບຊາວໜຸ່ມລາວ - ຫວຽດນາມແນໃສ່ແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມໃນໄຕມາດ 2 ປີ 2019 .

ຄໍາມ່ວນ-ກວາງບິ່ງຮັດແໜ້ນສາຍພົວພັນສອງຝ່າຍ

Ảnh minh họa


ດ້ານວຽກງານເສດຖະກິດ , ວັດທະນະທໍາ - ສັງຄົມ ສອງແຂວງສືບຕໍ່ເປັນເຈົ້າການໂຄສະນາກ່ຽວກັບສັນຍາການຄ້າຊາຍແດນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມປີ 2015 , ຊຸກຍູ້ຢ່າງແຂງແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ , ການລົງທຶນ , ທ່ອງທ່ຽວ ນໍາໃຊ້ບັນດານະໂຍບາຍໃຫ້ອະພິສິດ ເພື່ອແນໃສ່ສົ່ງເສີມວຽກງານການລົງທຶນ , ການຜະລິດ , ການຄ້າ ແລະ ການທ່ອງທ່ຽວລະຫວ່າງບັນດາວິສາຫະກິດ ສອງແຂວງ , ສືບຕໍ່ສ້າງເງື່ອນໄຂອໍານວຍຄວາມສະດວກເພື່ອປະຕິບັດໂຄງການ “ ກໍ່ສ້າງສາງພາສີ ແລະ ທໍ່ສົ່ງນໍ້າມັນເຊື້ອໄຟແຕ່ທ່າເຮືອນໍ້າເລິກຮອນລາ ແຂວງກວາງບິ່ງ ຮອດ ແຂວງຄໍາມ່ວນ ” ເຊິ່ງແມ່ນບໍລິສັດຫຸ້ນສ່ວນ ລາວເປໂຕຣ ເປັນຜູ້ລົງທຶນ , ປະສານສົມທົບໃນການຮັກສາ ແລະ ຍົກສູງໃຫ້ມີປະສິດທິຜົນສາຍຂົນສົ່ງໂດຍສານດົງເຮີຍ - ທ່າແຂກ , ດົງເຮີຍ - ທ່າແຂກ - ວຽງຈັນໄປກັບ . ປະຈຸບັນລັດຖະບານສອງປະເທດ ລາວ - ຫວຽດນາມກໍາລັງດໍາເນີນເອກະສານຕ່າງໆ ເພື່ອປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ວຸ້ງອາງ - ວຽງຈັນ . ສອງແຂວງເປັນເອກະພາບສ້າງເງື່ອນໄຂສະດວກເພື່ອດໍາເນີນໂຄງການ “ ການຂົນສົ່ງທາງລົດໄຟ ວຸ້ງອາງ - ວຽງຈັນ ” ໄລຍະທາງທີ່ຜ່ານແຂວງຄໍາມ່ວນ ແລະ ແຂວງກວາງບິ່ງໂດຍແມ່ນລັດຖະບານສອງປະເທດ ລາວ-ຫວຽດນາມເປັນຜູ້ລົງທຶນ . ສືບຕໍ່ຮ່ວມມືອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າຊີວະນາໆພັນໃນເຂດມໍລະດົກໂລກອຸທິຍານແຫ່ງຊາດ ຟອງ ຍ່າ ແກ ບາງ ແລະ ເຂດປ່າສະຫງວນແຫ່ງຊາດພູຫີນໜາມໜໍ່ , ສອງແຂວງມອບໃຫ້ຂະແໜງການທາທິການເປັນເສນາທິການສະເໜີຕໍ່ລັດຖະບານສອງປະເທດໃຫ້ ສໍາເລັດບັນດາເອກະສານໂດຍໄວໃນການພິຈາລະນາ ເພື່ອເພີ້ມເຕີມເສັ້ນທາງເລກທີ 12 ແລະ ຄູ່ດ່ານສາກົນນາເພົ້າ - ຈາຫຼໍ ເຂົ້າໃນສົນທິສັນຍາ GMS – CBTA . ແຂວງຄໍາມ່ວນຕ້ອງແຜນການດໍາເນີນການໃນການຍົກລະດັບເສັ້ນທາງ ແຕ່ສາມແຍກຫລັງຄັງຫາຫລັຫໝາຍຊາຍແດນ 528 ແລະ ສ້ອມແປງບັນດາຈຸດທີ່ມີການເປ້ເພເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ພາຫະນະໄປມາລະຫວ່າງສອງປະເທດເທິງເສັ້ນທາງເລກທີ 12 , ແຂວງຄໍາມ່ວນປະກາດໃຊ້ “ ຂໍ້ຕົກລົງປະກາດລາຍຊື່ດ່ານປະເພນີໜອງມ້າໄດ້ຮັບອະນຸຍາດໃນການເຄື່ອນໄຫວຄ້າຂາຍ,ແລກປ່ຽນສິນຄ້າຜ່ານດ່ານ ” ແລະ “ ຂໍ້ຕົກລົງອະນຸຍາດໃຫ້ພາຫະນະຜ່ານເສັ້ນທາງບົກຂອງສອງແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ ສາມາດຂົນສົ່ງສິນຄ້າຜ່ານດ່ານປະເພນີໜອງມ້າ ” , ແຂວງກວາງບິ່ງຈະຊ່ວຍເຫຼືອແຂວງຄໍາມ່ວນຄິດເປັນມູນຄ່າ 5,4 ຕື້ດົງ ເພື່ອກໍ່ສ້າງສອງໂຄງການ “ ເຮືອນລ້ຽງເດັກລວມມີ 03 ຫ້ອງຮຽນ ” ແລະ ໂຄງການກໍ່ສ້າງ “ ທາງ ແລະ ເດີ່ນເບຕົ່ງໃນບໍລິເວນເດີ່ນຂອງໂຮງຮຽນ ” , ແຂວງກວາງບິ່ງຈະສືບຕໍ່ຮັບກໍ່ສ້າງນັກຮຽນແຂວງຄໍາມ່ວນຈໍານວນ 20 ຄົນເຂົ້າສຶກສາຮໍ່າຮຽນໃນສະຖາບັນການສຶກສາຂອງແຂວງປະຈໍາສົກຮຽນປີ 2019 – 2020 , ການກໍ່ສ້າງ ,ບໍາລຸງພາສາຫວຽດນາມ ແລະ ວິຊາສະເພາະໃນບາງຂົງເຂດໃຫ້ພະນັກງານບັນດາພະແນກການ , ອົງການ , ຂະແໜງການຂອງແຂວງຄໍາມ່ວນໃຫ້ສອດຄ່ອງກັບຄວາມສາມາດ ແລະ ຄວາມຕ້ອງການຂອງສອງແຂວງ , ແຂວງກວາງບິ່ງເຫັນດີຊ່ວຍເຫຼືອໃນການສ້າງໂຄງການຍົກລະດັບເຕັກນິກໃນການປັບປຸງແນວພັນງົວພື້ນເມືອງໃຫ້ກັບວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ .
ດ້ານວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ວຽກງານຊາຍແດນ ສອງແຂວງສືບຕໍ່ໃນການແລກປ່ຽນກັນເປັນເຈົ້າພາບໃນການຈັດກອງປະຊຸມປະຈໍາປີສໍາລັບຄະນະປະຕິບັດງານພິເສດຂອງສອງແຂວງ ແລະ ຄະນະຜູ້ແທນແຕ່ລະຂະແໜງການຂອງກອງບັນຊາການທະຫານແຂວງ , ຕໍາຫຼວດແຂວງ , ທະຫານຊາຍແດນແນໃສ່ແລກປ່ຽນບົດຮຽນ , ລົງນາມ ແລະ ປະຕິບັດເນື້ອໃນການຮ່ວມມືລະຫວ່າງຂະແໜງການຕ່າງໆ . ແຕ່ລະແຂວງເປັນເຈົ້າການເພີ້ມທະວີໃນການໂຄສະນາ , ເຜີຍແຜ່ບັນດາເນື້ອໃນຂອງສັນຍາ ກ່ຽວກັບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລາວ - ຫວຽດນາມ ແນໃສ່ຊ່ວຍເຫຼືອປະຊາຊົນສອງຟາກຊາຍແດນໃຫ້ຮັບຮູ້ ແລະ ເຄົາລົບບັນດາຂໍ້ກໍານົດ , ປະກອບສ່ວນໃນການສ້າງຊາຍແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ , ມິດຕະພາບ , ສະຖຽນລະພາບ , ການຮ່ວມມື ແລະ ພັດທະນາ . ສອງແຂວງສືບຕໍ່ເພີ້ມທະວີໃນການປະສານສົມທົບແກ້ໄຂແຕ່ລະບັນຫາທີ່ພົວພັນເຖິງຊາຍແດນແຫ່ງຊາດ ໃຫ້ຖືກຕ້ອງຕາມຈິດໃຈຂອງສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ລາວ - ຫວຽດນາມ , ແຈ້ງສະພາບການທີ່ພົວພັນເຖິງວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ . ປະສານສົມທົບໃນການຈັດການລາດຕະເວນ , ປົກປັກຮັກສາເສັ້ນຊາຍແດນ ແລະ ບັນດາຫຼັກໝາຍຊາຍແດນ , ສະກັດກັ້ນບັນດາເປົ້າໝາຍກຸ່ມຄົນບໍ່ດີ , ບັນດາປະກົດການເຄື່ອນໄຫວຄ້າຂາຍ , ຂົນສົ່ງຢາເສບຕິດ , ທາດລະເບີດ , ວັດຖຸໄວໄຟ , ອາວຸດ , ການຄ້າຂາຍເຖື່ອນ , ການລັກລອບຂ້າມຊາຍແດນໂດຍຜິດກົດໝາຍ . ສືບຕໍ່ປະສານສົມທົບໃນການປະຕິບັດຂໍ້ຕົກລົງເປັນເອກະພາບລະຫວ່າງສອງລັດຖະບານ ລາວ - ຫວຽດນາມ ວ່າດ້ວຍການແກ້ໄຂບັນຫາຄົນຍົກຍ້າຍຕັ້ງພູມລໍາເນົາ ຕາມລໍາພັງໃຈ ແລະ ການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍຢູ່ຕາມບໍລິເວນຊາຍແດນໄດ້ຕໍ່ເວລາເຖິງວັນທີ 14 ພະຈິກ 2019 ໃຫ້ມີປະສິດທິຜົນ . ສ່ວນແຂວງຄໍາມ່ວນແມ່ນຈະໄດ້ຊີ້ນໍາ ແລະ ເລັ່ງໃຫ້ຜູ້ລົງທຶນໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງຄົມມະນາຄົມດ່ານສາກົນນາເພົ້າ - ຈາຫຼໍ , ກໍ່ສ້າງກັນເຈື່ອນສັນພູທີ່ເປັນຊາຍແດນໃນເຂດຫຼັກໝາຍ 527 ໃຫ້ສໍາເລັດຕາມກໍານົດ ແລະ ມີຄວາມຍືນຍົງ . ແຂວງຄໍາມ່ວນສືບຕໍ່ລາຍງານ ແລະ ສະເໜີໃຫ້ສູນກາງອະນຸຍາດໃຫ້ຈັດຕັ້ງປະຕິບັດຮູບແບບ “ ການແຮກສ່ຽວ ກຸ່ມຊົນທີ່ອາໄສຢູ່ໃນເຂດຊາຍແດນ ” , ແຂວງຄໍາມ່ວນຊີ້ນໍາອົງຄະນະພັກ , ອົງການປົກຄອງແຕ່ລະຂັ້ນ , ບັນດາສໍານັກງານພະແນກ , ອົງການຈັດຕັ້ງມະຫາຊົນ , ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນປະສານສົມທົບຊ່ວຍເຫຼືອກອງ 589 ກອງບັນຊາການທະຫານແຂວງກວາງບິ່ງສືບຕໍ່ປະຕິບັດພາລະໜ້າທີ່ໃນການຊອກຫາ , ທ້ອນໂຮມອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດໃນລາວກັບຄືນປະເທດໃຫ້ໄດ້ດີ .
ດ້ານວຽກງານແລກປ່ຽນຂໍ້ມູນຂ່າວສານຮັບໃຊ້ວຽກງານການຕ່າງປະເທດລະຫວ່າງສອງແຂວງໃຫ້ດໍາເນີນການຜ່ານພະແນກການຕ່າງປະເທດແຂວງຄໍາມ່ວນ ແລະ ພະແນກພົວພັນຕ່າງປະເທດແຂວງກວາງບິ່ງເຊິ່ງສອງຝ່າຍເອົາໃຈໃສ່ລົງທຶນໃສ່ຄ່າໃຊ້ຈ່າຍ ແລະ ບັນດາອຸປະກອນຮັບໃຊ້ໃນວຽກງານຂໍ້ມູນຂ່າວສານເພື່ອການປະສານງານທີ່ຈໍາເປັນ ເພື່ອເຮັດໃຫ້ການແລກປ່ຽນຂໍ້ມູນມີຄວາມສະດວກ ແລະ ທັນເວລາ . ນອກຈາກບັນດາເນື້ອໃນ ແລະ ຂົງເຂດຕ່າງໆທີ່ກ່າວມາແລ້ວ ສອງແຂວງຍັງໄດ້ສົ່ງເສີມການຮ່ວມມື , ພັດທະນາໃນບັນດາຂົງເຂດອື່ນໆທີ່ເໝາະສົມກັບຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະຝ່າຍທີ່ມີເນື້ອໃນລາຍລະອຽດ ແລະ ມີປະສິດທິຜົນຕາມຄວາມເໝາະສົມ .
ສໍາລັບແຜນການປະຊຸມໃນຄັ້ງຕໍ່ໄປລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງແຂວງໃນປີ 2020 ຈະໄດ້ຈັດຂຶ້ນທີ່ນະຄອນດົງເຮີຍ ແຂວງກວາງບິ່ງ ສສ ຫວຽດນາມ ສ່ວນວັນເວລາລະອຽດສອງຝ່າຍຈະໄດ້ປະສານງານໂດຍຜ່ານສໍານັກງານຕ່າງປະເທດຂອງສອງແຂວງ .

(ແຫຼ່ງ​ຂໍ້​ມູນ​: Khammouane News)

Link: https://huunghivietlao.thoidai.com.vn/detail-article-3911.html

In bài biết