20:34 | 19/12/2018

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດຕ້ອນຮັບ ສະຫາຍ ຟ້າມ​ ບິ່ງ ​ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

​ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະ​ແດງ​ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາ ສະຫາຍການນຳຫວຽດນາມ, ພ້ອມທັງໄດ້ຕີ​ລາ​ຄາ​ສູງຕໍ່ການ​ເດີນ​ທາງ​ມາຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5, ເຊິ່ງເຫັນ ວ່າເປັນກົນໄກການຮ່ວມມືທີ່ສໍາຄັນ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກໍຄື ຕີລາສະພາບການໃນພາກພື້ນ ແລະ ສາກົນ ຢ່າງທັນການ, ທັງເປັນ ການ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ​ນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ,ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະ ແດງຄວມເຊື່ອໝັ້ນວ່າ ສອງກະຊວງການຕ່າງປະເທດ ລາວ-ຫວຽດ ນາມ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ແລະ ຮ່ວມກັບ ສອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສອງຄະນະກຳມະການຮ່ວມມື ເພື່ອເຮັດໃຫ້ກອງ ປະຊຸມສອງ ກົມການເມືອງ ແລະ ກອງປະຊຸມຄັ້ງທີ 41 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕົ້ນປີ 2019 ທີ່ ນະ ຄອນຫລວງຮ່າໂນ້ຍ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດດັ່ງກ່າວ, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່​ການ​ຊ່ວ​ຍ​ເຫລືອ​ອັນ​ລ້ຳ​ຄ່າ ແລະ ທັນ​ການຕະຫລອດ​ມາ ໂດຍ​ສະ​ເພາະ ເຫດການໄພພິບັດ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ທີ່ຜ່ານມາ, ເຊິ່ງສະແດງເຖິງຄວາມຮັກແພງສາມັກຄີ, ເປັນຫວ່ງເປັນໃຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະຜູ້ຖືກກະທົບຈາກໄພພິບັດທາງທໍາມະຊາດ.

​ໃນໂອກາດດຽວກັນ, ສະຫາຍ ຟ້າມ ​ບິ່ງ ​ມິງ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ພ້ອມທັງຢືນຢັນ ຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ກໍຄື ການຮ່ວມມືຂອງສອງກະຊວງການຕ່າງປະເທດ ທີ່ມີໜ້າທີ່ໂດຍກົງໃນການຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດການຕົກລົງຂອງການນຳສອງປະເທດ ທີ່ໄດ້ຕົກລົງຮ່ວມກັນ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ.

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ກຽດຕ້ອນຮັບ ສະຫາຍ ຟ້າມ​ ບິ່ງ ​ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

ສະຫາຍ ນາງ ປານີ ຢ່າທໍຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໃຫ້ກຽດຕ້ອນຮັບ ສະຫາຍ ຟ້າມ​ ບິ່ງ ​ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

​ໃນວັນດຽວກັນ, ສະຫາຍ ຟ້າມ ​ບິ່ງ ​ມິງ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ປານີ ຢ່າທໍຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ສະພາແຫ່ງຊາດ ອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3901.html

In bài biết