08:51 | 23/12/2018

ຍູ້ແຮງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນ ຄວາມສະຫງົບລາວ

ຍູ້ແຮງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນ ຄວາມສະຫງົບລາວ

ບັນຍາກາດທີ່ການຕ້ອນຮັບ. (ພາບ: nhandan.com.vn)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ, ໃນໄລຍະຈະມາເຖິງບັນດາສະຫາຍສືບຕໍ່ມີບັນດາການປະກອບສ່ວນເຂົ້າໃນການປັບປຸງ ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໃຫ້ນັບມື້ນັບໄດ້ຮັບການປັບປຸງ, ບັນລຸຜົນງານຫຼາຍຢ່າງກວ່າອີກ..

ທ່ານພັນເອກ ຈັນທອງ ຫົງຄຳ ເຊື່ອໝັ້ນວ່າ, ໃນຊຸມປີຈະມາເຖິງ, ສາຍພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກໃນຂົງເຂດຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສະກັດກັ້ນ ແລະຕ້ານອາດຊະຍາກຳປະເພດຕ່າງໆ.

ທ່ານພັນເອກ ຈັນທອງ ຫົງຄຳ ຢືນຢັນວ່າ, ໃນຖານະຕຳແໜ່ງໃໝ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນນຳການພົວພັນຮ່ວມມືລະຫວ່າງສອງຊາດ, ສອງກະຊວງໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.


(ແຫຼ່ງ​ຂໍ້​ມູນ​: ແສງເພັດ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3895.html

In bài biết