11:33 | 06/12/2018

ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບ ທ່ານ ​ຫວຽນ ເທ່ ຮຸ່ງ ຫົວ​ໜ້າ​ກົມ​ມໍ​ລະ​ດົກ​-ວັດ​ທະ​ນະ​ທຳ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຫ່ງ ສ​ສ.ຫວຽດ​ນາມ.(ພາບ​: ຂັນ​ໄຊ)

ໃນ​​ໂອ​ກາດ​ດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ແລະ ​​ຕີ​ລາຄາ​ສູງຕໍ່​ ທ່ານ ຫວຽນ ເທ່ ຮຸ່ງ ທີ່​ໄດ້ນຳພາ​ຄະນະມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຮ່ວມ​ກັບ​ກົມ​ມໍ​ລະ​ດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຊິ່ງເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນ ຍິ່ງໆຂຶ້ນ.

​ໃນ​ໂອກາດ​ດຽວກັນນີ້,​ ທ່ານ ຫວຽນ ເທ່ ຮຸ່ງ ກໍ​ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈຕໍ່​ ທ່ານ ບົວເງິນ ຊາພູວົງ ທີ່ໄດ້ສະຫລະເວລາອັນມີຄ່າ ໃນການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນໃນຄັ້ງນີ້, ພ້ອມ​ທັງ​​ໄດ້​​ແຈ້ງ​ຈຸ​ດປະສົ​ງ ​ໃນ​ການ​ມາຢ້ຽມຢາມຄັ້ງ​ນີ້​​ ໃຫ້ທ່ານຮອງ​ລັດ​ຖະມົນຕີ​ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ສົມ​ຫວັງ/ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3888.html

In bài biết