ລາວ-ຫວຽດນາມ ທົບທວນການປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ
|
ກອງປະຊຸມສາມັນ ປະຈຳປີ ຄັ້ງທີ 28 ທົບທວນການປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ. (ພາບ: ອ່າຍຄຳ)
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຮ່ວມມືຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ແລະ ບົດບັນທຶກ ກອງປະຊຸມຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXVII ໃນໜຶ່ງປີຜ່ານມາ, ເຊິ່ງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບວຽກງານການຄຸ້ມຄອງຊາຍແດນ, ການພັດທະນທເສດຖະກິດ, ການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວຊາຍແດນ. ພ້ອມນີ້ ຍັງມີການທົບທວນການເຊື່ອມຕໍ່ເສັ້ນທາງຄົມະນາຄົມ, ການເຮັດທົດລອງການກວດກາ "ປະຕູດຽວ-ຄັ້ງດຽວ" ຢູ່ດ່ານສາກົນແດນສະຫວັນ-ລາວບາວ, ລວມທັງການປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍ ຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ.
ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການປະຕິບັດຫນ້າທີຂອງອົງການຊາຍແດນ ແລະ ເຈົ້າຫນ້າທີ່ຊາຍແດນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ ເຊິ່ງເປັນການປະ ກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ. ທັງນີ້ ເພື່ອສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫລອດການ.
ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຍັງໄດ້ເປັນເອກະພາບກັນ ວາງທິດທາງແຜນການປະຕິບັດວຽກງານໃນຕໍ່ຫນ້າ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ລະຫວ່າງ ສອງປະເທດ ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນສອງປະເທດ ໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິ ປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ພ້ອມນີ້ ສອງຝ່າຍຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ຢູ່ຕາມບໍລິເວນຊາຍແດນ ໃຫ້ມີການຂະ ຫຍາຍຕົວ, ຂຶ້ນແຜນຍຸດທະສາດ ແລະ ພັດທະນາດ່ານ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2035; ເພີ່ມທະວີການຈັດຕັປະຕິບັດ ຂໍ້ຕົກລົງລະດັບລັດຖະບານ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກ ຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດ ນາມ ໃຫ້ບັນລຸຕາມເປົ້ທໝາຍທີ່ວາງໄວ້.
(ແຫຼ່ງຂໍ້ມູນ: ສົມຫວັງ /ຂປລ)