ສະມາຄົມນັກຂ່າວສປປລາວ-ຫວຽດນາມເພີ່ມທະວີຮ່ວມມືຢ່າງຮອບດ້ານ
|
ການນຳທັງສອງກະຊວງ ມອບຂອງທີ່ລະນືກໃຫ້ແກ່ກັນ.
ການພົບປະຄັ້ງນີ້, ທ່ານ ຖ້ວນຮີວ ກ່າວວ່າ ສາຍພົວພັນມິດຕະພາບ ອັນດີງາມ ລະຫວ່າງ ສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມ ນັກຂ່າວລາວເວົ້າສະເພາະ ແລະ ໜັງສືພີມສອງປະເທດເວົ້າລວມໃນໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງຫລວງຫລາຍເຂົ້າໃນການເພີ່ມທະວີຄວາມສາມັກຄີ ອັນແໜ້ນແຟ້ນ ລະຫວ່າງ ປະຊາຊົນສອງຊາດອ້າຍນ້ອງຫວຽດນາມ-ລາວໃຫ້ນັບມື້ເພີ່ມພູນແລະພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ຄາດວ່າ ສອງຝ່າຍ ຈະສືບຕໍ່ຮ່ວມມືກັນໃນການສະໜອງຂ່າວສານ ທັງຂົງເຂດ ການເມືອງ, ເສດຖະກິດ, ສັງຄົມຢ່າງຮອບດ້ານ; ນີ້ິ້ຖືເປັນວຽກງານ ສຳຄັນ ໃນການປະກອບສ່ວນ ເພີ່ມທະວີສາຍພົວພັນ ລະຫວ່າງສອງປະເທດ. ຄຽງຄູ່ກັນນັ້ນ, ສອງຝ່າຍ ຈະຊຸກຍູ້ໃນຂົງເຂດວິຊາການສື່ມວນຊົນ, ຍົກສູງຄວາມເປັນມືອາຊີບ ຂອງນັກຂ່າວຂຶ້ນຕື່ມ; ພະຍາຍາມເຂົ້າເຖິງວຽກງານການສ້າງນັກຂ່າວ ໃຫ້ໄດ້ຫລາກຫລາຍຮູບແບບເພື່ອໃຫ້ທັນກັບທ່າອຽງການພັດທະນາສື່ມວນຊົນທ່ີທັນສະໄໝ, ພ້ອມທັງ ສົ່ງເສີມບັນ ດາສະມາຄົມນັກຂ່າວລະດັບທ້ອງຖິ່ນ ຂອງ ສອງປະເທດໃຫ້ເພີ່ມທະວີຕິດຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ແລກປ່ຽນຢ້ຽມຢາມລະດັບການນຳຂອງສອງຝ່າຍ.
|
ບັນຍາກາດການພົບປະແລກປ່ຽນ.
ທ່ານ ສະຫວັນຄອນ ຣາຊະມົນຕຣີ ກໍ່ໄດ້ສະແດງຄວາມປິຕິຍິນດີ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ສະມາຄົມນັກຂ່າວທັງສອງ ຍາມໃດກໍມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ ຄວາມສາມັກຄີແບບພິເສດ ອັນເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມທັງ ກ່າວວ່າ ເປົ້າໝາຍ ສຳຄັນໃນການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແລກປ່ຽນປະສົບການ ກ່ຽວກັບ ວິຊາຊີບແລະສື່ມວນຊົນ ເພື່ອພັດທະນາເສດຖະກິດ-ສັງຄົມຢູ່ສປປລາວໃນປັດຈຸບັນ, ໂດຍສະເພາະ ການເຜີຍແຜ່ຂໍ້ມູນຂ່າວສານ ໃນລາວໃຫ້ມີບາດກ້າວ ພັດທະນາກະໂດດຂັ້ນດ້ານເນື້ອໃນການນຳສະເໜີຂ່າວ ແລະ ວິທີການສົ່ງຂ່າວສານໃນຍຸກດີຈີຕອນ./.
(ແຫຼ່ງຂໍ້ມູນ: ຂປລ)