08:39 | 14/11/2018

ນະຄອນດ່າໜັງ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ແຜນງານ-ໂຄງການຮ່ວມມື ກັບລາວ

ນະຄອນດ່າໜັງ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ແຜນງານ-ໂຄງການຮ່ວມມື ກັບລາວ

ປະທານ ກະມະການປະຊາຊົນ ນະຄອນ ດ່າໜັງ ມອບຂອງທີ່ລະນືກ ໃຫ້ແກ່ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ.(ພານ: baomoi.com)

ປະທານກຳມະການປະຊາຊົນ ນະຄອນ ຮວິ່ງ ດຶກເທີ ສະເໜີຕໍ່ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ລາວ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ ນະຄອນດ່າໜັງ ເປີດກວ້າງ ສາຍພົວພັນຮ່ວມມື ແລະ ຜັນຂະຫຍາຍ ບັນດາແຜນງານ-ໂຄງການ ກັບ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບປະກົດຜົນເປັນຈິງ ແລະ ມີປະສິດທິຜົນຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ ອັນເຂັ້ມແຂງຂື້ນຕື່ມ ດ້ານການພົວພັນມິດຕະພາບ, ຮ່ວມມືຮອບດ້ານ ແລະ ຍຸດທະສາດ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ. ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ແຫ່ງ ສປປ ລາວ ສຸພັນ ແກ້ວມີໄຊ ຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປ ດ້ວຍໄມຕີຈິດ ຂອງການນຳ ນະຄອນດ່າໜັງ ແລະ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະທີ່ເປັນຜູ້ເຮັດວຽກງານດັ່ງກ່າວໂດຍກົງ ຕົນຈະພະຍາຍາມ ສ້າງສາຍພົວພັນ ຮ່ວມມືທີ່ເປັນມມູນເຊື້ອ ໃຫ້ເລິກເຊິ່ງຂື້ນ ລະຫວ່າງ ສອງປະເທດເວົ້າສະເພາະ ແລະ ນະຄອນ ດ່າໜັງ ກັບບັນດາທ້ອງຖິ່ນຂອງລາວ ເວົ້າລວມ. ລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ສະເໜີ ໃຫ້ນະຄອນດ່າໜັງ ສືບຕໍ່ ເອົາໃຈໃສ່ເປີດກ້ວາງ ແລະ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ບັນດາແຜນງານ ແລະ ໂຄງການ ທີ່ໄດ້ຮ່ວມກັນ ລົງນາມ ລະຫວ່າງ ນະຄອນ ດ່າໜັງ ກັບ ບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ລາວ, ຊ່ວຍໃຫ້ບັນດາແຂວງດັ່ງກ່າວພັດທະນາໃນອານາຄົດ, ພິເສດແມ່ນໃນຂົງເຂດການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບ ດ້ານກະສິກຳ, ການຄ້າ, ທ່ອງທ່ຽວ...

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3876.html

In bài biết