15:29 | 20/11/2018

ຄະນະໂຄສະນາອົບຮົມ ຄຳມ່ວນ-ກວາງບິ່ງ ຮ່ວມປຶກສາຫາລື ແລກປ່ຽນບົດຮຽນ ໃນການສ້າງປຶ້ມປະຫວັດສາດ ການພົວພັນຮ່ວມມືພິເສດ ລາວ-ຫວຽດ


ຄະນະໂຄສະນາອົບຮົມ ຄຳມ່ວນ-ກວາງບິ່ງ ຮ່ວມປຶກສາຫາລື ແລກປ່ຽນບົດຮຽນ ໃນການສ້າງປຶ້ມປະຫວັດສາດ ການພົວພັນຮ່ວມມືພິເສດ ລາວ-ຫວຽດ

ບັນຍາກາດຂອງກອງປະຊຸມ ປຶກສາຫາລື ແລະ ແລກປ່ຽນ ລະຫວ່າງສອງແຂວງ ຄຳມ່ວນ ແລະ ກ້ວາງບິ່ງ.

ໂອກາດດັ່ງກ່າວຄະນະທັງສອງຝ່າຍໄດ້ເຂົ້າພົບປະກັບທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ເພື່ອລາຍງານກ່ຽວກັບຈຸດປະສົງ ແລະ ເປົ້າໝາຍໃນການເຮັດວຽກຮ່ວມກັນຂອງສອງຄະນະໂຄສະນາອົບຮົມ ເຊິ່ງໃນນີ້ທ່ານເຈົ້າແຂວງໆຄຳມ່ວນ ກໍ່ໄດ້ຮຽກຮ້ອງມາຍັງສອງຄະນະດັ່ງກ່າວຈົ່ງໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມ ແລະ ສາຍພົວພັນຮ່ວມມືຂອງທັງສອງແຂວງມີການຂະຫຍາຍຕົວດີຂຶ້ນເລື້ອຍໆ. ຈາກນັ້ນຄະນະສອງຝ່າຍກໍ່ໄດ້ຮ່ວມພົບປະແລກປ່ຽນບົດຮຽນ ໂດຍເນັ້ນໃສ່ວຽກງານການສ້າງປຶ້ມປະຫວັດສາດ ”ການພົວພັນແບບພິເສດ ຄຳມ່ວນ-ກວາງບິ່ງ” ເຊິ່ງແມ່ນສາຍພົວພັນທີ່ເປັນມູນເຊື້ອແບບພິເສດມີມາແຕ່ດົນນານ, ໂດຍປະຊາຊົນສອງປະເທດສ້າງສາມາຫຼາຍຮຸ້ນຄົນ, ພິເສດ ນັບເເຕ່ເມື່ອພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງ, ສືບຕໍ່ຈາກນັ້ນແມ່ນພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ການພົວພັນນີ້ຖືກບັນດາການນຳພັກ ແລະ ລັດຂອງສອງປະເທດຮຸ້ນຕ່າງໆ ໂດຍກົງເເມ່ນປະທານ ໂຮ່ຈິມິນ, ປະທານໄກສອນພົມວິຫານ ແລະ ສະເດັດເຈົ້້າ ສຸພານຸວົງ ເພີ່ມພູນຄູນສ້າງ, ກາຍເປັນນໍ້າໃຈມິດຕະພາບ, ການຮ່ວມມືແບບພິເສດ, ເປັນສັນຍາລັກແຫ່ງນໍ້າໃຈສາມັກຄີສາກົນທີ່ເປັນແບບຢ່າງ, ສັດຊື່, ບໍລິສຸດຜຸດຜ່ອງ ແລະ ເປັນຊັບສົມບັດອັນລໍ້າຄ່າ, ຍືນຍົງຄົງຕົວຂອງປະຊາຊົນສອງປະເທດຫວຽດນາມ-ລາວ, ນໍ້າໃຈມິດຕະພາບ ແລະ ການຮ່ວມມືແບບພິເສດລາວ-ຫວຽດນາມ ແມ່ນປັດໃຈສຳຄັນທີ່ສຸດ ປະກອບສ່ວນຕັດສິນໄຊຊະນະຂອງຂະບວນການປະຕິວັດຢູ່ແຫຼມອິນດູຈີນ.

ເຊິ່ງປຶ້ມດັ່ງກ່າວແມ່ນປະກອບມີ 4 ພາກ ໂດຍມີເນື້ອໃນທີ່ກ່ຽວພັນເຖິງ ຄຳມ່ວນ-ກວາງບິ່ງບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມູນເຊື້ອອັນດີງາມ, ຄຳມ່ວນ-ກວາງບິ່ງ 30 ປີທີ່ຮຽງບ່າຮຽງໄຫຼ່ນຳກັນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກຮານ (1945-1975), ຄຳມ່ວນ-ກວາງບິ່ງ ສ້າງສາ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ (1975-2015) ແລະ ການພົວພັນແບບພິເສດ ຄຳມ່ວນ-ກວາງບິ່ງ ຄວາມໝາຍປະຫວັດສາດ, ບົດຮຽນຖອດຖອນໄດ້ ແລະ ທ່າອ່ຽງພັດທະນາ.

ຄະນະໂຄສະນາອົບຮົມ ຄຳມ່ວນ-ກວາງບິ່ງ ຮ່ວມປຶກສາຫາລື ແລກປ່ຽນບົດຮຽນ ໃນການສ້າງປຶ້ມປະຫວັດສາດ ການພົວພັນຮ່ວມມືພິເສດ ລາວ-ຫວຽດ


ໃນນີ້ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນທາງດ້ານໂຄງສ້າງ, ຫຼັກໄວຍາກອນ, ເນື້ອໃນຂອງປຶ້ມ ເພື່ອເຮັດໃຫ້ປຶ້ມມີເນື້ອໃນຄົບຖ້ວນ, ສົມບູນແບບ ແລະ ເປັນເອກະພາບ ເພື່ອຈະຜະລິດອອກມາໃຫ້ປະຊາຊົນທັງສອງຊາດ ກໍ່ຄືສອງແຂວງຄຳມ່ວນ-ກວາງບິ່ງ ໄດ້ສຶກສາຮຽນຮູ້ເຖິງປະຫວັດສາດອັນສຳຄັນ ແລະ ສາຍພົວພັນຮ່ວມມືພິເສດຂອງສອງຊາດລາວ-ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: Khammouane News)

Link: https://huunghivietlao.thoidai.com.vn/detail-article-3872.html

In bài biết