ເປີດງານສະແດງ ຈຳໜ່າຍສິນຄ້າ ສະຫວັນນະເຂດ ແລະ ນະຄອນໂຮ່ຈີ່ມິນ ທີ່ສູນການຄ້າສະຫວັນໄອເຕັກ
![]() |
ພິທີເປີດງານ ວາງສະແດງ ແລະ ຈຳໜ່າຍສິນຄ້າ ມິດຕະພາບ ສະຫວັນນະເຂດ-ໂຮ່ຈີ໋ມິງ.
ໃນພິທີກໍ່ໄດ້ມີການແລກປ່ຽນສິລະປະວັນນະຄະດີຂອງສອງແຂວງ ແລະ ກ່າວຄຳເຫັນຂອງການນຳທັງສອງແຂວງ ຈາກນັ້ນການນຳທັງສອງຝ່າຍ ຍັງໄດ້ຮ່ວມກົດປຸ່ມໄຟເປີດງານຢ່າງເປັນທາງການພ້ອມທັງມີການຢ້ຽມຊົມເບິ່ງສິນຄ້າຕ່າງໆ ທີ່ນຳມາສະແດງ ແລະ ຈຳໜ່າຍໃນຄັ້ງນີ້
ສຳລັບສິນຄ້າລາວທີ່ນຳມາສະແດງ ແລະ ຈຳໜ່າຍມີທັງໝົດ 50 ກວ່າຮ້ານ ໃນນັ້ນມາຈາກ 11 ແຂວງ ແລະ 1 ນະຄອນຫຼວງ ເຊິ່ງສິນຄ້າສ່ວນໃຫຍ່ທີ່ນຳມາວາງສະແດງ ແລະ ຈຳໜ່າຍຂອງລາວເຮົາ ແມ່ນຜະລິດຕະພັນຫັດຖະກຳຕໍ່າແຜ່ນແພ ເປັນຕົ້ນຜ້າຝ້າຍ, ຜ້າໄໝ, ນອກຈາກນັ້ນຍັງມີເຟີນີເຈີ ເຄື່ອງຕົບແຕ່ງເຮືອນຊານ, ອາຫານ ແລະ ທຸລະກິດທ່ອງທ່ຽວ ສະເພາະສິນຄ້າແຂວງສະຫວັນນເຂດທີ່ມາວາງສະແດງ ແລະ ຈຳໜ່າຍມີ 3 ເມືອງ ແລະ 1 ນະຄອນໄກສອນ ພົມວິຫານ ສ່ວນສິນຄ້າທີ່ມາຈາກ ນະຄອນໂຮ່ຈີມິນມີທັງໝົດ 200 ກວ່າຮ້ານ ມີຄົບທຸກຢ່າງ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ, ເຄື່ອງໃຊ້ຕ່າງໆໃນຄົວເຮືອນ, ງານດັ່ງກ່າວແມ່ນເລີ່ມແຕ່ວັນທີ 19 ເຖິງວັນທີ 26 ຕຸລາ 2018 ນີ້
![]() |
ທ່ານ ຮິ່ງແກັກແມ້ງ ຮອງປະທານ ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ.
ທ່ານ ຮິ່ງແກັກແມ້ງ ຮອງປະທານ ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ, ທັງເປັນປະທານສະມາຄົມ ມິດຕະພາບຫວຽດນາມ-ລາວ ປະຈໍານະຄອນໂຮ່ຈີມິງ ໄດ້ໃຫ້ຮູ້ວ່າ: ງານວາງສະແດງສິນຄ້າມິດຕະພາບ ດ້ານການຄ້າ-ການບໍ ລິການ-ການທ່ອງທ່ຽວ ຂອງນະຄອນໂຮ່ຈີມິງ ທີ່ແຂວງສະຫວັນນະເຂດ ແມ່ນເຫດການທາງດ້ານເສດຖະກິດ-ການເມືອງ -ສັງຄົມທີ່ມີຄວາມໝາຍສໍາຄັນ ອັນເປັນການປະກອບສ່ວນຊຸກຍູ້ສາຍພົວພັນ ການຮ່ວມມືດ້ານການຄ້າ ລະຫວ່າງ ປະຊາຊົນ ແລະ ວິສາຫະກິດຂອງຫວຽດນາມ-ລາວ ໂດຍສະເພາະ ນະຄອນໂຮ່ຈີມິງ ແລະ ແຂວງສະຫວັນນະເຂດ, ງານວາງສະແດງຄັ້ງນີ້ ຈັດຂຶ້ນເປັນຄັ້ງໃຫຍ່ ເຊິ່ງມີກວ່າ 250 ຮ້ານວາງສະແດງຂອງບັນດາວິສາຫະກິດຫວຽດນາມ ແລະ ລາວ ທີ່ມີຫລາຍ ສິນຄ້ານໍາ ວາງ ສະແດງ ຫລາຍຮູບແບບ ແລະ ມີຄຸນະພາບດີ ເປັນຕົ້ນ ຜະລິດຕະພັນກະສິກໍາ, ເຕັກໂນໂລຊີຂັ້ນສູງ, ອຸປະກອນກະສິກໍາ, ເຕັກໂນໂລຊີ ຊີວະພາບ, ກົນຈັກ, ເຄື່ອງຈັກ, ເຄື່ອງໄຟຟ້າ, ເສື້ອຜ້າ, ເກີບ,ອາຫານ ແລະ ສິນຄ້າ ອຸປະໂພກອື່ນໆ.
![]() |
ທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງສະຫວັນນເຂດ.
ໂອກາດເຂົ້າຮ່ວມ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງກ່າວວ່າ: ເພື່ອຊຸກຍູ້ສາຍພົວພັນການຮ່ວມມືທາງດ້ານການຄ້າ ລະຫວ່າງປະຊາຊົນ ແລະ ວິສາຫະກິດຂອງສອງແຂວງ ສອງປະເທດ ໂດຍສະເພາະ ນະຄອນໂຮ່ຈີມິນ ແລະ ແຂວງສະຫວັນນະເຂດ ທັງເປັນການເຊີນຊວນໃຫ້ນັກທຸລະກິດຈາກ ນະຄອນໂຮ່ຈີມິນ ຫວຽດນາມ ເຂົ້າມາລົງທຶນໃນເຂດອຸດສາຫະກຳຂອງແຂວງນຳອີກ.
(ຫັດທະບູນ)