16:38 | 23/10/2018

ມອບໃບຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ກົງສຸນໃຫຍ່ຂອງລາວ ປະຈຳດ່າໜັງ

ເຂົ້າຮ່ວມໃນພິທີມອບຮັບໃນຄັ້ງນີ້ປະກອບມີ ທ່ານ ຄຳເຄືອ ໄໝ, ເລຂາທີ ໜຶ່ງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ; ຕ່າງໜ້າເອກອັກຄະລັດຖະທູດລາວ ປະຈຳຫວຽນາມ ແລະ ກົງສຸນໃຫຍ່ລາວ ປະຈຳນະຄອນດ່າໜັງ. ຝ່າຍກະຊວງການຕ່າງປະເທດຫວຽດນາມ ມີ ທ່ານ ບຸ່ຍກ໋ວກແທ່ງ ຮອງຫົວໜ້າກົມ-ກົມກົງສຸນ; ຕ່າງໜ້າ ພະແນກ ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້, ອາຊີປາຊີຟິກ ແລະ ກົມກົງສຸນ.

ມອບໃບຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ກົງສຸນໃຫຍ່ຂອງລາວ ປະຈຳດ່າໜັງ

ພິທີມອບໃບຮັບຮອງ ກົງສຸນໃຫຍ່ ປະຈຳນະຄອນດ່າໜັງ ໃຫ້ແກ່ ທ່ານ ວຽງໄຊ ພົມມະຈັນ .(ພາບ: ຕ໋ວນແອັງ/baoquocte.vn)

ສະແດງຄວາມຍິນດີ ກັບ ທ່ານ ວຽງໄຊ ພົມມະຈັນ, ມາຮັບພາລະກິດ ຢູ່ນະຄອນດ່າໜັງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ສະແດງຄວາມເຊື່ອໝັ້ນ ດ້ວຍປະສົບການໃນການເຮັດວຽກ ສອງ ສະໄໝຢູ່ ຫວຽດນາມ, ກົງສຸນໃຫຍ່ຄົນໃໝ່ຂອງລາວ ຈະປະສົບຜົນສຳເລັດເປັນຢ່າງດີ ພາລະກິດທີ່ໄດ້ຮັບມອບໝາຍ, ປະກອບສ່ວນເຂົ້າໃນການຮັກສາ, ເພີ່ມພູນຄູນສ້າງ, ສ້າງຄວາມເລິກເຊິ່ງກວ່າເກົ່າ ສາຍພົວພັນ ສາມັກຄີພິເສດ ຫວຽດນາມ-ລາວ.

ມອບໃບຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ກົງສຸນໃຫຍ່ຂອງລາວ ປະຈຳດ່າໜັງ

ທີ່ພິທີຕ້ອນຮັບ.(ພາບ: ຕ໋ວນແອັງ/baoquocte.vn)

ເນັ້ນໜັກວ່າດ່າໜັງ ແມ່ນໜຶ່ງໃນບັນດານະຄອນ ແຄມທະເລ, ພັດທະນາ ດ້ວຍຫຼາຍໆຂະແໜງອຸດສາຫະກຳ ທາງທະເລ, ທ່ອງທ່ຽວ, ກໍ່ສ້າງ...ຮອງລັດຖະມົນຕີ ຫງວ໋ຽນກ໋ວກ ຢຸ໋ງ ສະເໜີເຖິງ ທ່ານ ວຽງໄຊ ພົມມະຈັນ ຈະຊຸກຍູ້ເຂັ້ມແຂງກວ່າເກົ່າການຮ່ວມມື ຫຼາຍໆດ້ານ ລະຫວ່າງ ດ່າໜັງ ແລະ ທ້ອງຖິ່ນຂອງ ລາວ ເວົ້າສະເພາະ ກໍ່ຄື ລະຫວ່າງ ລາວ ແລະ ຫວຽດນາມ ເວົ້າລວມ.

ທ່ານກົງສຸນໃຫຍ່ຄົນໃໝ່ຂອງ ລາວ ປະຈຳ ນະຄອນດ່າໜັງ ວຽງໄຊ ພົມມະຈັນ ສະແດງຄວາມດີໃຈທີ່ໄດ້ຮັບ ໃບຢັ້ງຢືນ ກົງສຸນ ແລະ ຮັບໃບແຕ່ງຕັ້ງ ກົງສຸນໃຫຍ່ຈາກການນຳກະຊວງການຕ່າງປະເທດ; ຂອບໃຈນຳທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫງວ໋ຽນກ໋ວກ ຢຸ໋ງ ທີ່ສະຫຼະເວລາໃຫ້ການຕ້ອນຮັບເປັນຢ່າງດີ.

ມອບໃບຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ກົງສຸນໃຫຍ່ຂອງລາວ ປະຈຳດ່າໜັງ

ບັນດາທ່ານຜູ້ແທນທັງສອງຝ່າຍຮ່ວມຖ່າຍຮູບເປັນທີ່ລະນືກ.(ພາບ: ຕ໋ວນແອັງ/baoquocte.vn)

ທີ່ພິທີໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນເປັນກັນເອງ ແລະ ເຕັມໄປດ້ວຍນຳ້ໃຈມິດຕະພາບ ພິເສດ ຫວຽດ-ລາວ, ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມງານກໍ່ໄດ້ ຊົມເຊີຍນຳ ທ່ານ ວຽງໄຊ ພົມມະຈັນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3845.html

In bài biết