20:35 | 05/09/2018

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານແນວໂຮມ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານແນວໂຮມ

ຜູ້ແທນອົງການແນວໂຮມສອງປະເທດລາວ-ຫວຽດນາມ ຖ່າຍຮູບເປັນທີ່ລະນຶກ.(ພາບ: vov.vn)

ທ່ານ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ເຈິ່ນແທງເໝິນ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວພັດທະນາໃໝ່ຂອງ ມູນເຊື້ອການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ການພົວພັນຮ່ວມມື ລະຫວ່າງ ສອງອົງການ ແນວໂຮມ ນັບມື້ນັບປະກົດຜົນເປັນຈິງ, ມີປະສິດທິຜົນ. ພິເສດແມ່ນ ພາຍຫຼັງທີ່ທັງສອງຝ່າຍຜັນຂະຫຍາຍ ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ໂຄງການຮ່ວມມື ຂອງ ແນວໂຮມ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄລຍະ 2017-2020 ແລະ ໂຄງການການຮ່ວມມື ແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ໄລຍະ 2016-2020.

ທ່ານ ເຈີ່ນແທັງເໝິ໋ນ ສະເໜີຕໍ່ ແນວລາວສ້າງຊາດ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບແນວໂຮມຊາດຫວຽດນາມ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນບັນດາໂຄງການທີ່ທີ່ໄດ້ລົງນາມ.

ທ່ານ ໄຊສົມພອນ ພົມວິຫານ ຢັ້ນຢືນວ່າ: ພັກ-ລັດ ແລະ ປະຊາຊົນລາວຈະເຮັດຢ່າງສຸດຄວາມສາມາດຮ່ວມກັບ ຫວຽດນາມ ຮັກສາ, ເສີມສ້າງສາຍພົວພັນມິດຕະພາບພິເສດລາວ-ຫວຽດນາມ ນັບມື້ນັບພັດທະນາ ສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ ເພື່ອສັນຕິພາບ ຄວາມໝັ້ນຄົງ ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນທ່ານກໍ່ຫວັງເປັນຢ່າງຍິ່ງວ່າທັງສອງຝ່າຍຈະສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດຢ່າງມີປະສິດທິຜົນບັນດາສັນຍາທີ່ໄດ້ລົງນາມຮ່ວມກັນ ເພີ່ມທະວີການຮ່ວມມື ແລກປ່ຽນບົດຮຽນດ້ານວຽກງານແນວໂຮມ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນສອງຊາດໃນອານາຄົດ.

(ຫັດ​ທະ​ບູນ)

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-3838.html

In bài biết