08:33 | 18/08/2018

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື ຂົງເຂດພຸດທະສາສະໜາ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື ຂົງເຂດພຸດທະສາສະໜາ

ການຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ສປປ ລາວ ໃນວັນທີ 17 ສິງຫາ.

ທີ່ການຕ້ອນຮັບ ທ່ານຮອງປະທານ ຄະນະກຳມະການ ສູນກາງແນວໂຮມປະເທດ ຫວຽດນາມ ໂງແຊກຖືກ ໃຫ້ຮູ້ວ່າ: ເລື່ອງຂົນຂວາຍຄວາມສາມັກຄີສາສະໜາຂອງ ຫວຽດນາມ ໄດ້ມີໃນລາຍການຮ່ວມມືຂອງແນວໂຮມ, ໃນນັ້ນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນການຂົນຂວາຍຄວາມສາມັກຄີທົ່ວປວງຊົນ. ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ພວມມີຫຼາຍລາຍການຮ່ວມມືທີ່ມີປະສິດທິຜົນ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຊົນ 2 ປະເທດເພື່ອພ້ອມກັນພັດທະນາ, ສືບຕໍ່ຢັ້ງຢືນນ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບສວຍສົດງົດງາມ, ໝັ້ນຄົງຄະນົງແກ່ນໄປຊົ່ວກາລະນານ.

ສ່ວນພະອາຈານ ເວດ ມະເສໄນ, ຮອງປະທານຜູ້ປະຈຳການສູນກາງສະຫະພັນພຸດທະສາສະໜາລາວ ໃຫ້ຮູ້ວ່າ: ນັບແຕ່ປີ 2005, ພຸດທະສາສະໜາ ຫວຽດນາມ ແລະ ລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລວມມີ 6 ຂໍ້ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະມາຄົມພຸດທະສາສະໜາຂອງ 2 ປະເທດ; ພ້ອມທັງປາດຖະໜາວ່າ, ສະມາຄົມພຸດທະສາສະໜາລະຫວ່າງ 2 ປະເທດຈະມີການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງກ່ວາເພື່ອຍົກສຸງບົດບາດຂອງບົດບັນທຶກຊ່ວຍຈຳ ແລະ ຊຸກຍູ້ຄວາມສະໜິດຕິດພັນລະຫວ່າງພຸດທະສາສະໜາ ຫວຽດນາມ - ລາວ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3827.html

In bài biết