14:29 | 25/08/2018

ພັດທະນາສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ

ພັດທະນາສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ

ທ່ານ ເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍິນ ຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ ທ່ານ ວິໄລວົງ ບຸດດາຄຳ.

ທ່ານ ເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍິນ ເນັ້ນໜັກວ່າສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຈາກການນຳພັກ, ລັດ, ປະຊາຊົນສອງຊາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າ, ທີ່ຢາກໃຫ້ປະຊາຊົນ ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດອະນຸລັກຮັກສາ, ເສີມຂະຫຍາຍໄປຊົ່ວກາລະນານ. ນະຄອນ ໂຮ່ຈິມິນ ຍາມໃດກໍ່ມານະພະຍາຍາມ ປະຕິບັດບັນດາການເຄື່ອນໄຫວຮ່ວມມືດ້ວຍຫຼາຍຮູບຫຼາຍແບບ, ແນໃສ່ຊຸກຍູ້ການພົວພັນມິດຕະພາບກັບລາວ.

ພັດທະນາສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ

ທ່ານ ເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍິນ ມອບຂອງທີ່ລະລຶກ.

ທ່ານ ວິໄລວົງ ບຸດດາຄຳ ຢັ້ງຢືນວ່າ ການພົວພັນຫວຽດນາມ - ລາວຈະໝັ້ນຄົງຂະໜົງແກ່ນ ແລະ ພັດທະນາຕະຫຼອດໄປ. ໃນໄລຍະທີ່ຈະມາເຖິງ ສະມາຄົມມິດຕະພາບລາວ - ຫວຽດນາມ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ກັບສະມາຄົມຫວຽດນາມ - ລາວ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືພົບປະມິດຕະພາບລະຫວ່າງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບພິເສດ ລະຫວ່າງປະຊາຊົນສອງປະເທດ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3823.html

In bài biết