22:24 | 10/07/2018

ຈົບພາລະກິດ-ປະ​ຕິ​ບັດ​ການຊ່ວຍເຫຼືອ 13 ຊີວິດຕິດໃນຖ້ຳຫຼວງຂຸນນ້ຳນາງນອນ

ຈົບພາລະກິດ-ປະ​ຕິ​ບັດ​ການຊ່ວຍເຫຼືອ 13 ຊີວິດຕິດໃນຖ້ຳຫຼວງຂຸນນ້ຳນາງນອນ

ການ​ຖະ​ແຫຼງ​ຂ່າວ ​ຜົນ​ສຳ​ເລັດ​ໃນ​ພາ​ລະ​ກິດ​ກູ້​ໄພຂອງ​ຄະ​ນະ​ບັນ​ຊາ​ການ​ຮ່ວມ​ໃນ​ການ​ຊ່ວຍ​ເຫຼືອ ທີມ​ນັກ​ເຕະ 13 ຊີ​ວິດ.

ເມື່ອເວລາ 18.48 ນາທີ ຂອງວັນທີ 10 ກໍລະກົດ 2018 ນັກຂ່າວລາຍງານວ່າ ສະມາຊິກທີມໝູປ່າຄົນທີ 12 ແລະ ຄູ​ຝືກ ທ້າວ ເອກ ຖືກນຳຕົວອອກມາຈາກຖ້ຳຫຼວງແລ້ວ ແລະ ຫຼັງຈາກທີ່ກວດຮ່າງກາຍເບື້ອງຕົ້ນ ໂດຍແພດທີ່ໂຮງໝໍສະໜາມ, ເຈົ້າໜ້າທີ່ໄດ້ນຳສົ່ງພວກເຂົາໄປຮັກສາຕົວທີ່ໂຮງໝໍຊຽງລາຍ ປະຊານຸເຄາະ.

ໂດຍວິນາທີທີ່ທີມໝູປ່າຄົນທີ 12 ແລະ ຄູ​ຝຶກ ເອກ ອອກມາຈາກຖ້ຳຫຼວງນັ້ນ ຄົນທີ່ປະຕິບັດພາລະກິດບໍລິເວນຖ້ຳຫຼວງ ຕ່າງກໍ່ພາກັນຕົບມືດ້ວຍຄວາມດີໃຈ.

ແຕ່ຢ່າງໃດກໍ່ຕາມນອກຈາກ ທີມໝູປ່າ 5 ຄົນທີ່ຖືກນຳຕົວອອກຈາກຖ້ຳຫຼວງມື້ນີ້ ຍັງມີແພດອີກ 1 ຄົນ, ນັ້ນຄື ໝໍພາກ ແລະ ເຈົ້າໜ້າທີ່ໜ່ວຍຊິວອີກ 3 ຄົນ ທີ່ຖືກນຳຕົວອອກມາຈາກຖ້ຳບໍລິເວນເນີນນົມສາວ ໂດຍທັງ 4 ຄາດວ່າຈະຕ້ອງຖືກນຳສົ່ງໄປທີ່ໂຮງໝໍ ເພື່ອກວດຫາເຊື້ອໃນຮ່າງກາຍ ຫຼັງຈາກເຂົ້າໄປປະຕິບັດພາລະກິດຢູ່ກັບພວກນ້ອງໆໃນຖ້ຳຕັ້ງແຕ່ມື້ທີ່ພົບຕົວໃນບໍລິເວນເນີນນົມສາວ

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-382.html

In bài biết