ລາວ-ຫວຽດນາມ ຫາວິທີແກ້ໄຂ ແລະ ວາງທິດທາງແຜນການ ຮ່ວມມື ວຽກງານຍຸຕິທຳ ຂອງບັນດາແຂວງ ທີ່ ມີຊາຍແດນຕິດຈອດກັນ
|
ກອງປະຊຸມ ວຽກງານຍຸດຕິທຳ ບັນດາແຂວງທີ່ມີຊາຍແດນຮ່ວມກັນລະຫວ່າງ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 4.
ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ ກະຊວງຍຸດຕິທຳ ແຫ່ງ ສປປ ລາວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລແທັງລອງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງຍຸດຕິທຳ ແຫ່ງ ສສ ຫວຽດນາມ, ທ່ານ ຫງວຽນແທັງຕຸງ ອຸປະທູດ ສສ ຫວຽດນາມປະຈຳລາວ ພ້ອມດ້ວຍຄະນະຜູ້ແທນ ກະຊວງຍຸດຕິທຳ ລາວ-ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມມີການເຂົ້າຮ່ວມຂອງບັນດາພະນັກງານການນຳຂອງຂະແໜງການຂື້ນກັບກະຊວງຍຸດຕິທຳ ຫວຽດນາມ ແລະ ລາວ; ການນຳບັນດາພະແນກຍຸດຕິທຳ ແລະ ບັນດາອົງການພິພາກສາ 18 ແຂວງຂອງລາວ ແລະ 16 ແຂວງຂອງຫວຽດນາມ; ຕ່າງໜ້າກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດຂອງລາວ ແລະ ບັນດາສຳນັກຂ່າວ ໜັງສືພິມ ຂອງທັງສອງປະເທດ,
ທີ່ກອງປະຊຸມ ທັງສອງຝ່າຍຕີລາຄາສູງຄວາມພະຍາຍາມອັນຕັ້ງໜ້າຂອງ ກະຊວງຍຸດຕິທຳຫວຽດນາມ ແລະ ລາວ, ບັນດາພະແນກ ຍຸດຕິທຳ ແລະ ອົງການພິພາກສາທາງແພ່ງ ຂອງສອງປະເທດໃນການຈັດຕັ້ງປະຕິບັດບັນດາການຮ່ວມມື, ປະສານສົມທົບ ແກ້ໄຂບັນຫາຫຼາຍຄະດີກ່ຽວກັບວຽກງານຍຸດຕິທຳຂັ້ນທ້ອງຖິ່ນ, ພິເສດແມ່ນການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອ ສະຖາບັນຍຸດຕິທຳແຫ່ງຊາດ ລາວ ໂດຍທືນຊ່ວຍເຫຼືອຂອງ ລັດຖະບານຫວຽດນາມ ໃຫ້ແກ່ລາວ ເພື່ອເພີ່ມທະວີລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານບຸກຄະລາກອນຂອງ ກະຊວງຍຸດຕິທຳ ລາວ.
ກອງປະຊຸມໄດ້ເຫັນດີເປັນເອກກະພາບໃນການຕີລາຄາ, ຫຼັງ ກອງປະຊຸມຍຸດຕິທຳ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ຫວຽດນາມ-ລາວ ເປີດກວ້າງຄັ້ງທີ 3, ວຽກງານຄຸ້ມຄອງ ແລະ ຈົດທະບຽນສັນຊາດ, ແກ້ໄຂບັນຫາສັນຊາດ ຂອງບັນດາແຂວງຊາຍແດນ ຫວຽດນາມ-ລາວ ນັບມື້ນັບເພີ່ມທະວີ ແລະ ບັນລຸໄດ້ຜົນສຳເລັດຢ່າງດີ; ພາຍໃຕ້ການຊີ້ນຳຂອງສອງກະຊວງຍຸດຕິທຳ ຂັ້ນສູນກາງແລະ ທ້ອງຖິ່ນ, ບັນດາອົງການຍຸດຕິທຳຂອງແຂວງຊາຍແດນຫວຽດນາມ-ລາວ ໄດ້ ແລະ ກຳລັງ ປະສົມປະສານຢ່າງຫ້າວຫັນໃນການຈັດຕັ້ງປະຕິບັດ ສົນທິສັນຍາ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ກ່ຽວກັບ ການອົບພະຍົບແບບເອກກະລາດ ແລະ ການແຕ່ງດອງໂດຍບໍ່ຈົດທະບຽນຂອງປະຊາຊົນເຂດຊາຍແດນຂອງສອງປະເທດ.
ທັງສອງກໍ່ໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດວຽກງານການຕັດສິນຄະດີແພ່ງ ຕາມຂໍ້ຕົກລົງທີ່ລະບຸໄວ້ໃນສົນທິສັນຍາ ຊ່ວຍເຫຼືອທາງດ້ານຍຸດຕິທຳ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ໄດ້ເຊັນກັນ ວັນທີ 6 ກໍລະກົດ 1998.
ໃນອານາຄົດ ທັງສອງຝ່າຍໄດ້ຕົກລົງກັນວ່າຈະພັດທະນາ ຈັດຕັ້ງປະຕິບັດການເຄື່ອນໄຫວດັ່ງນີ້: ກະຊວງຍຸດຕິທຳຂອງສອງປະເທດ ຈະສືບຕໍ່ປະສານສົມທົບຢ່າງສະໜິດແໜ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອເພີ່ມທະວີ ການຊີ້ນຳບັນດາອົງການຍຸດຕິທຳ ທ້ອງຖິ່ນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ສົນທິສັນຍາ ລະຫວ່າງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ກ່ຽວກັບວຽກງານການແກ້ໄຂບັນຫາ ການອົບພະຍົບຂອງປະຊາຊົນແບບເອກກະລາດ ແລະ ແຕ່ງດອງໂດຍບໍ່ຈົດທະບຽນ ຢູ່ເຂດຊາຍແດນ ໄດ້ເຊັນກັນໃນວັນທີ 8 ກໍລະກົດ 2013 ໄດ້ຕໍ່ເວລາອອກໄປເຖິງ 14 ພະຈິກ 2019, ເພື່ອແກ້ໄຂບັນຫາໂດຍພື້ນຖານ ກ່ຽວກັບການອົບພະຍົບແບບເອກກະລາດ, ແຕ່ງດອງໂດຍບໍ່ຈົດທະບຽນ ຢູ່ເຂດຊາຍແດນ ຫວຽດ-ລາວ ໃນການຕໍ່ອາຍຸຂອງສົນທິສັນຍາ ແມ່ນເພື່ອ ສະກັດກັ້ນ, ຕ້ານ ແລະ ປ້ອງກັນການອົບພະຍົບແບບເອກກະລາດຄືທີ່ຜ່ານມາ.
ກະຊວງຍຸດຕິທຳທັງສອງປະເທດປະສານສົມທົບກັນສະເໜີປັບປຸງ, ດັດແກ້ ສົນທິສັນຍາເພື່ອຮັບປະກັນ ຄວາມແທດເໝາະກັນສະພາບການຕົວຈິງ, ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນວຽກງານການຊ່ວຍເຫຼືອທາງດ້ານຍຸດຕິທຳ ກ່ຽວກັບການຄັດສິນຄະດີແພ່ງ ລະຫວ່າງ ອົງການພິພາສາຄະດີແພ່ງ ຢູ່ ແຂວງທັງ 10 ຄູ່.
ທັງສອງຝ່າຍເຫັນດີເປັນເອກກະພາບນຳກັນທີ່ຈະ ສືບຕໍ່ປະສານສົມທົບກັນໃຫ້ດີຂື້ນກວ່າເກົ່າ ໃນການຮ່ວມມື ຊ່ວຍເຫຼືອຫຼາຍຝ່າຍ ແລະຂົງເຂດ ທາງດ້ານຍຸດຕິທຳ; ບັນດາພະແນກຍຸດຕິທຳຂັ້ນແຂວງທີ່ມີຊາຍແດນຕິດຈອດກັນ, ສືບຕໍ່ຊຸກຍູ້ແຮງວຽກງານໂຄສະນາ, ເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ, ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ແກ້ໄຂຂໍ້ຂັດແຍ່ງເບື້ອງຕົ້ນໃຫ້ປະຊາຊົນທົ່ວໄປຮັບຮູ້ເລື່ອງກົດໝາຍ ຂອງສອງປະເທດ, ຊ່ວຍໃຫ້ພວກເຂົາມີວິທີການປະພຶດຕົວໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ທັງສອງຝ່າຍເຫັນດີ ໃຫ້ບັນພະແນກຍຸດຕິທຳຂັ້ນແຂວງ ເຊັນສັນຍາ ຮ່ວມມືເພີ່ມທະວີຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ການເຄື່ອນໄຫວຕ່າງໆທີ່ໄດ້ເຊັນສັນຍາຕໍ່ກັນ;ທັງສອງກະຊວງສະໜັບສະໜູນບັນແຂວງ, ນະຄອນ ຂອງລາວ-ຫວຽດນາມ ແຮກສ່ຽວ, ຊ່ວຍເຫຼືອ, ຮ່ວມມືກັນ ພ້ອມກັນພັດທະນາ; ເຫັນດີສ້າງຕັ້ງ ແລະ ຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍໃນແຕ່ລະປີ ລະຫວ່າງ ສອງກະຊວງ ເອົາໃຈໃສ່ເຖິງປະສິດທິຜົນທີ່ເປັນນາມມະທຳຂອງການຮ່ວມມື, ແທດເໝາະກັບ ສັນຍາການຮ່ວມມືກ່ຽວກັບ ກົດໝາຍ ແລະ ຍຸດຕິທຳຂອງສອງກະຊວງ ໄລຍະ 2016-2020 ໄດ້ເຊັນກັນວັນທີ 26 ມັງກອນ 2015;ເຫັນດີ ໃຫ້ກະຊວງຍຸດຕິທຳຂອງສອງປະເທດ, ບັນດາສະຖາບັນສຶກສາ ດ້ານກົດໝາຍ ຂອງສອງກະຊວງເພີ່ມທະວີການຮ່ວມມື ໃນວຽກງານການຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານກະຊວງຍຸດຕິທຳຂອງກະຊວງ ແລະ ຂະແໜງຍຸດຕິທຳລາວ, ພິເສດແມ່ນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໂຄງການ ຊ່ວຍເຫຼືອ ສະຖາບັນຍຸດຕິທຳລາວ ຈາກແຫຼ່ງທືນຊ່ວຍເຫຼືອຂອງລັດຖະບານຫວຽດນາມ.
ທ່ານ ເລແທັງລອງ ກ່າວວ່າ: ກ່ຽວກັບການຮ່ວມມືກົດໝາຍ ແລະ ຍຸຕິທຳ ຢູ່ຂັ້ນທ້ອງຖິ່ນ, ຄະນະພັກ, ການນຳກະຊວງຍຸຕິທຳຫວຽດນາມ ຍາມໃດກໍໃຫ້ການຊຸກຍູ້, ສະໜັບສະໜູນ ບັນດາອົງການຍຸຕິທຳ, ອົງການຈັດຕັ້ງປະຕິບັດຄຳຕັດສິນທາງແພ່ງ ຂອງທ້ອງຖິ່ນຫວຽດນາມ ຍູ້ແຮງການຮ່ວມມື ກັບບັນດາອົງການຍຸຕິທຳທ້ອງຖິ່ນຂອງລາວ. ໃນນັ້ນ ກະຊວງຍຸຕິທຳຫວຽດນາມ ໄດ້ປະສານສົມທົບກັບກະຊວງຍຸຕິທຳລາວ ຈັດກອງປະຊຸມຍຸຕິທຳບັນດາແຂວງ ທີ່ມີຊາຍແດນຕິຈອດກັນ ລາວ-ຫວຽດນາມ ເປີດກວ້າງຕາມກຳນົດ ແມ່ນໜຶ່ງ ໃນບັນດາໜ້າທີ່ສຳຄັນ ແນ່ໃສ່ເພື່ອສ້າງເວທີມີປະສິດທິຜົນ ເພື່ອບັນດາອົງການຍຸຕິທຳ ແລະ ອົງການປະຕິບັດຄໍາຕັດສິນທາງແພ່ງ ຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ, ບັນດາແຂວງຄູ່ຮ່ວມຂອງຫວຽດນາມ ແລະ ລາວ, ພ້ອມກັນປຶກສາຫາລື, ນຳສະເໜີບັນດາວິທີແກ້ໄຂ ເພີ່ມທະວີການຮ່ວມມື ລະຫວ່າງອົງການຍຸຕິທຳ ແລະ ອົງການປະຕິບັດຄຳຕັດສິນທາງແພ່ງ ສອງປະເທດ ປະກອບສ່ວນໃນການຮັບປະກັນ ການດຳລົງຊີວິດທີ່ສະຫງົບສຸກຂອງປະຊາຊົນ ແລະ ປົກປັກຮັກສາຊາຍແດນສັນຕິພາບ ຫວຽດນາມ-ລາວ.
ພາຍຫຼັງກອງປະຊຸມໄດ້ດຳເນີນການເຊັນສັນຍາບັນດາເອກກະສານການຮ່ວມມືລະຫວ່າງ ພະແນກຍຸດຕິທຳແຂວງ ຂອງຫວຽດນາມ ແລະ ພະແນກຍຸດຕິທຳແຂວງຂອງລາວ : ສັນຍາການຮ່ວມມື ລະຫວ່າງ ພະແນກຍຸດຕິທຳແຂວງ ເຊີນລາ ແລະ ພະແນກຍຸດຕິທຳແຂວງບໍ່ແກ້ວ; ສັນຍາການຮ່ວມມື ລະຫວ່າງ ພະແນກຍຸດຕິທຳແຂວງ ຫ໋າຍເຢືອງ ແລະ ພະແນກຍຸດຕິທຳແຂວງ ວຽງຈັນ; ສັນຍາການຮ່ວມມື ພະແນກຍຸດຕິທຳແຂວງ ຫ໋າຍຟ່ອງ ແລະ ພະແນກຍຸດຕິທຳແຂວງ ວຽງຈັນ; ບົດບັນທືການຮ່ວມມື ລະຫວ່າງ ພະແນກຍຸດຕິທຳແຂວງ ກອນຕຸມ ແລະ ພະແນກຍຸດຕິທຳແຂວງ ອັດຕະປື.
(ຫັດທະບູນ)