ຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພົບປະກັບ ນາຍົກລັດຖະມົນຕີ ລາວ
![]() |
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແຫ່ງ ສປປ ລາວ.
ແຕ່ວັນທີ 11ຫາ12 ມິຖຸນາ, ຢູ່ໂຕກຽວ, ປະເທດຍີ່ປຸ່ນໄດ້ຈັດກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24.
ດ້ວຍຫົວຂໍ້ "ອາຊີ ສືບຕໍ່ເປີດເຜີຍ-ມາດຕະການຮັບປະກັນຄວາມຈະເລີນຮຸ່ງເຮືອງ ແລະ ມີສະຖຽນລະພາບ” ໄດ້ປືກສາຫາລືກ່ຽວກັບທ່າອ່ຽງ, ປັດໃຈສຳຄັນທີ່ກະທົບເຖິງການພັດທະນາ ຂອງອາຊີ.
ຄະນະຜູ້ແທນໄດ້ປຶກສາຫາລືລົງເລິກກ່ຽວກັບສາຍພົວພັນລະຫວ່າງບັນດາປະເທດ; ຄວາມກົດດັນການຄ້າ; ຄວາມມຸ້ງມາດປາຖະໜາ ແລະ ຄວາມໝາຍຄວາມສຳຄັນຂອງສົນທິສັນຍາການຄ້າ ສະໄໝໃໝ່ ຄື: ສົນທິສັນຍາການຮ່ວມມືຮອບດ້ານ ແລະ ກ້າວໜ້າ ທົ່ວທັງປາຊີຟິກ (CPTPP), ສົນທິສັນຍາການຮ່ວມມືຮອບດ້ານເສດຖະກິດພາກພື້ນ(RCEP); ສະຖານະການແຫຼມເກົາຫຼີ ແລະ ກອງປະຊຸມສຸດຍອດ ສະຫາລັດອາເມລິກາ - ເກົາຫຼີເໜຶອ; ຄວາມຮຽກຮ້ອງຕ້ອງການ ແລະ ເຄື່ອງມທາງດ້ານການເງິນ ເພື່ອຮັບໃຊ້ການພັດທະນາພື້ນຖານໂຄງລ່າງຢູ່ອາຊີ.
ບັນດາຜູ້ແທນ ຍັງໄດ້ແລກປ່ຽນເຖິງບັນດາມາດຕະການທີ່ບັນດາປະເທດໃນ ອາຊີ ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນສະພາບການໃຫມ່ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນການພັດທະນາແບບຍືນຍົງໃນແຕ່ລະປະເທດ ແລະ ທົ່ວທັງທະວີບ.
ຂ້າງນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ແລະ ທ່ານຮອງນາຍົກລັດຖະມົນຕີສິງກະໂປ ຕຽວຈີ໋ຮ່ຽນ .
ໃນການາພົບປະກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ທັງສອງຝ່າຍໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງມິດຕະພາບພິເສດ, ເຊື່ອໝັ້ນ ລະຫວ່າງ ຫວຽດນາມ ແລະ ລາວ ກ່ຽວກັບຄວາມສະຫງົບ, ການພັດທະນາຂອງແຕ່ລະປະເທດ, ຢືນຢັນຄວາມຕັດສິນໃຈ ສືບຕໍ່ນຳພາການຮ່ວມມືສອງຝ່າຍໃຫ້ເລິກເຊິ່ງ.
ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ຕາມທິດທາງອັນມີປະສິດທິຜົນ ແລະ ຮັບປະກັນຄວາມກ້າວຫນ້າ, ສຸມໃສ່ໂຄງການທີ່ສໍາຄັນເຊື່ອມຕໍ່ການຄົມມະນາຄົມ-ເສດຖະກິດ-ພື້ນຖານໂຄງລ່າງ.
ທ່ານນາຍົກລັດຖະມົນຕີ ທອງລຸນສີສຸລິດໄດ້ຢືນຢັນວ່າ: ລັດຖະບານລາວ ຍິນດີຕ້ອນຮັບ ແລະ ສ້າງເງື່ອນໄຂສະດວກສູງສຸດ ເພື່ອຊຸກຍູ້ໃຫ້ບັນດານັກທຸລະກິດຂອງສອງປະເທດເພີ່ມທະວີການຮ່ວມມື; ແກ້ຂອດຫຍຸ້ງຍາກໃຫ້ກັບນັກທຸລະກິດ, ໂດຍສະເພາະໃນໂຄງການທີ່ສໍາຄັນ ມີຄວາມໝາຍຍິ່ງໃຫຍ່ແກ່ ການພັດທະນາເສດຖະກິດ-ສັງຄົມ, ນຳຜົນປະໂຫຍດອັນຍິ່ງໃຫຍ່ມາແກ່ທັງສອງຝ່າຍ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຕົກລົງທີ່ຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສານງານຢ່າງສະໜິດແໜ້ນ ບົນເວທີ ພົບປະຫຼາຍຝ່າຍເພື່ອປະກອບສ່ວນເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນແຕ່ລະປະເທດ ແລະ ທະວີບ.
(ຫັດທະບູນ)