ຫວຽດນາມ ເຫັນຄວາມສຳຄັນໃນການເສີມຂະຫຍາຍ ແລະ ເພີ່ມທະວີ ສາຍພົວພັນ ພິເສດກັບ ລາວ
|
ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ແລະ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.
ໃນການພົບປະ, ນາຍົກລັດຖະມົນຕີທັງສອງ ໄດ້ສະແດງ ຄວາມຍິນດີປິຕິ ຕໍ່ກັບການພັດທະນາໃຫມ່ ຂອງມູນເຊື້ອແຫ່ງສາຍພົວພັນ ມິດຕະພາບ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.
ດ້ວຍການຕັດສິນໃຈ ສືບຕໍ່ການຮ່ວມມືສອງຝ່າຍຢ່າງເລິກເຊິ່ງ, ນາຍົກລັດຖະມົນຕີທັງສອງ ໄດ້ປະສານສົບທົບ ຊຸກຍູ້ ຈັດຕັ້ງປະຕິບັດຢ່າງສົມບູນ ສົນທິສັນຍາລະດັບສູງ ແລະ ມະຕິຕົກລົງ ຂອງ ກອງປະຊຸມ ຄັ້ງທີ 40 ຄະນະກໍາມະທິການ ລັດຖະບານປະສົມ ຫວຽດນາມ-ລາວ , ມີມາດຕະການເດັດຂາດໃນການແກ້ໄຂບັນຫາຄົງຄ້າງ, ໂດຍສະເພາະແມ່ນຕໍ່ກັບບັນດາໂຄງການ-ການຮ່ວມມືສໍາຄັນພິເສດ ຄື: ຂະແໜງພະລັງງານ, ຂຸດຄົ້ນບໍ່ແຮ່ ແລະ ເຊື່ອມຕໍ່ຄົມມະນາຄົມ.
ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ໄດ້ຢືນຢັນວ່າ: ພັກ, ລັດ, ແລະ ປະຊາຊົນຫວຽດນາມ ໃຫ້ຄວາມສຳຄັນ ແລະ ມອບບູລິມະສິດສູງສຸດ ໃນການເສີມສ້າງ ແລະ ເພີ່ມທະວີ ສາຍພົວພັນພິເສດກັບລາວ. ທ່ານນາຍົກສະແດງຄວາມເຊື່ອໝັ້ນຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາໃຫ້ດີ, ຈັດຕັ້ງປະຕິບັດຢ່າງມີໄຊ ບັນດາເປົ້າໝາຍ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ 8(2016-2020), ສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ສີວິໄລ.
ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານລາວ ແລະ ບັນດາປະເທດອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະຫນັບສະຫນູນໃຫ້ ຫວຽດນາມ ໄດ້ຮັບການຄັດເລືອກເຂົ້າໃນ ໃນສະພາຄວາມຫມັ້ນຄົງສະຫະປະຊາຊາດ ສະໄໝ 2020-2021 ແລະ ການສະຫນັບສະຫນູນຂອງ ສປປ ລາວ ກ່ຽວກັບຫົວຄິດປະດິດສ້າງ ຂອງຫວຽດນາມ ຢູ່ທີ່ ກອງປະຊຸມ ສິດທິມະນຸດຍະຊົນ ທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີ ນຳສະເໜີວ່າ ໃຫ້ທັງສອງຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນ ໃນອາຊຽນ ແລະ ຢູ່ບົນເວທີ-ກອງປະຊຸມຫຼາຍຝ່າຍອື່ນໆ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນແຕ່ລະປະເທດ ກໍ່ຄືໃນພາກພື້ນ ແລະ ໃນໂລກ.
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ຈະພົບປະ ແລະ ປຶກສາຫາລືໂດຍກົງກັບບັນດາ ນັກທຸລະກິດຫວຽດນາມທີ່ກຳລັງລົງທຶນຢູ່ລາວ, ຢືນຢັນວ່າຈະຊີ້ນໍາບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງລາວ ປະສານງານຢ່າງແໜ້ນແຟ້ນກັບ ຄູ່ຮ່ວມມືຫວຽດນາມ ແກ້ໄຂຂໍ້ຫຍຸ້ງຍາກໃນການຮ່ວມມື, ໂດຍສະເພາະແມ່ນໃນບັນດາໂຄງການທີ່ ມີຄວາມໝາຍສໍາຄັນ ອັນຍິ່ງໃຫຍ່ໃນການພັດທະນາເສດຖະກິດ ແລະ ສັງຄົມ, ນໍາໄປສູ່ຜົນສຳເລັດອັນໃຫຍ່ຫຼວງມາໃຫ້ທັງສອງຝ່າຍ.
ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ສະແດງຄວາມຂອບອົກຂອບໃຈຕໍ່ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ຕອບຮັບເຂົ້າຮ່ວມ ກອງປະຊຸມ ເສດຖະກິດໂລກ ກ່ຽວກັບອາຊຽນ ເຊິ່ງຈະຈັດຂື້ນທີ່ນະຄອນຫຼວງ ຮ່າໂນ້ຍ ໃນເດືອນກັນຍາທີ່ຈະມາເຖິງນີ້.
(ຫັດທະບູນ)