ເຊກອງ-ກວາງນາມ ຖອດຖອນບົດຮຽນວຽກງານກວດກາລັດ
ກອງປະຊຸມ ຖອດຖອນແລກປ່ຽນບົດ ຮຽນກ່ຽວກັບ ວຽກງານກວດກາລັດ ເຊກອງ-ກ້ວາງນາມ.(ພາບ : ສັນຍາ)
ໃນວັນທີ 25 ມິຖຸນາ 2018 ອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງ ການກວດກາລັດແຂວງກວາງນາມ ສສ ຫວຽດນາມ ໄດ້ມີການພົບປະ ຖອດຖອນແລກປ່ຽນບົດ ຮຽນກ່ຽວກັບ ວຽກງານກວດກາລັດ ຊຶ່ງນຳໂດຍທ່ານ ຫີນເພັດ ແກ້ວຫົງສາ ຮອງປະທານກວດກາພັກ, ພ້ອມດ້ວຍທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານກວດກາລັດ ແລະ ທ່ານ ມາຍ ວັນຕາມ ຮອງປະທານ ກວດກາລັດ ຕະຫລອດຮອດຄະນະວິຊາການ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ອ່ອມະນີວັນ ຈັນດາວົງ ໄດ້ລາຍງານສະພາບລວມ ແລະ ການເຄື່ອນໄຫວວຽກງານ ໃຫ້ອົງການ ກວດກາລັດແຂວງກວາງນາມໄດ້ຊາບ ຊຶ່ງມີຫລາຍບັນຫາທີ່ພົ້ນເດັ່ນ ໂດຍສະເພາະ ແມ່ນ ໄດ້ຕິດຕາມປະສານສົມທົບ ແລະ ຊຸກຍູ້ການແກ້ໄຂ ບາງປະກົດການຫຍໍ້ທໍ້ເຂດຊາຍແດນຄື: ແກ້ໄຂ ບັນຫາການລັກລອບຂຸດຄົ້ນ ແລະ ເຄື່ອນຍ້າຍຊັບພະຍາກອນທຳມະຊາດ, ບັນຫາການຕັ້ງພູມລຳເນົາ ຕາມລຳພັງໃຈຂອງປະຊາຊົນ ແລະ ການສ້າງ ຄອບຄົວບໍ່ຖືກຕາມກົດໝາຍ ຢູ່ລຽບຊາຍ ແດນ ລາວ-ຫວຽດນາມ ໂດຍສະເພາະ ແມ່ນຊາຍແດນແຂວງເຊກອງ ກັບແຂວງກວາງນາມ. ຈາກນັ້ນ ທ່ານ ມາຍ ວັນຕາມ ໄດ້ລາຍງານ ການປະຕິບັດວຽກງານກວດກາລັດ ແຂວງກວາງນາມໃຫ້ໄດ້ຊາບ. ໃນກອງປະຊຸມທັງສອງອົງການກວດກາ ຍັງໄດ້ມີການປຶກສາຫາລື, ປະກອບຄຳຄິດຄຳເຫັນ ຖອດ ຖອນ ແລະ ແລກປ່ຽນບົດຮຽນທີ່ສຳຄັນເຊັ່ນ: ສືບຕໍ່ຮ່ວມມືໃນການຂະຫຍາຍຄວາມສຳພັນ ແລະ ຄວາມສາມັກຄີແບບພິເສດ ໂດຍສອງຝ່າຍຫາລື ກ່ຽວກັບການແກ້ໄຂບັນຫາ ຂ້າງເທິງໃຫ້ຖືກຕ້ອງ ສອດຄ່ອງກັບແນວທາງ ການເມືອງທີ່ສອງພັກ-ສອງລັດວາງ ອອກຢ່າງເຂັ້ມງວດ.
ການມາຢ້ຽມຢາມ ແລະ ຮ່ວມເຮັດວຽກຂອງຄະນະ ຜູ້ແທນອົງການກວດກາລັດ ແຂວງກວາງ ນາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການ ຮ່ວມມືແບບ ພິເສດລະຫວ່າງ ສອງແຂວງ ໂດຍສະເພາະ ແມ່ນສອງອົງການກວດກາລັດຂັ້ນແຂວງ ໃຫ້ ແໜ້ນ ແຟ້ນ ຍິ່ງຂຶ້ນ.
(ແຫຼ່ງຂໍ້ມູນ: ຂປລ)