16:23 | 27/06/2018

ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ

ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ

ກອງປະຊຸມປຶກສາຫາ ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ.

ໂດຍປະຕິບັດຕາມເນື້ອໃນບົດບັນທຶກກອງປະຊຸມສາມັນ ປະຈຳປີ ຄັ້ງທີ 27 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ສະບັບວັນທີ 09 ທັນວາ 2017, ທີ່ນະຄອນຫລວງຮ່າໂນ້ຍ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໃນວັນທີ 24 ມິຖຸນາ 2018 ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາ ກ່ຽວກັບການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະຊຸມດັ່ງກ່າວ ຮ່ວມກັນຂຶ້ນທີ່ເມືອງອາເລື່ອຍ ແຂວງເທື່ອທຽນເຫ້ວ ສສ ຫວຽດ ນາມ, ຊຶ່ງຝ່າຍລາວ ນໍາໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຝ່າຍ ຫວຽດນາມ ນໍາໂດຍ ທ່ານ ເລ ຮວາຍ ຈຸງ ກໍາມະການສູງກາງພັກ, ຮອງລັດຖະມົນຕີ ການຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ກອງປະຊູມຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນສັງເກດຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ແລະ ອະນຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ ປະເທດ ລາວ-ຫວຽດນາມ ສະບັບລົງວັນທີ 16 ມີນາ 2016; ການ ຈັດຕັ້ງປະຕິບັດ ການທົດລອງການກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານແດນສະຫວັນ (ແຂວງສະຫວັນນະເຂດ) -ລາວບາວ (ແຂວງກວາງຈິ) ໃນໄລຍະ 3 ປີຜ່ານມາ; ສະຫລຸບຕີລາຄາຄືນ ຜົນການລົງສຳຫລວດ ດ່ານຊາຍແດນ ລາວ-ຫວຽດນາມ ໃນ 03 ໄລຍະທີ່ຜ່ານມາ ເພື່ອກະກຽມໃຫ້ແກ່ການສ້າງແຜນແມ່ບົດ ພັນທະນາລະບົບດ່ານຊາຍແດນ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2035 ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍ ຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນ ຂອງສອງປະເທດ.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດ ຄວາມເຂົ້າອົກເຂົ້າໃຈ ຢ່າງມີໄມຕີຈິດມິດຕະພາບ ບົນພື້ນຖານຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເປັນການປະກອບສ່ວນ ອັນສຳຄັນໃນການພັດທະນາບໍລິເວນຊາຍແດນ ຂອງສອງປະເທດ ໃຫ້ກາຍເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຍາວນານ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3780.html

In bài biết