ກອງທັບຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືໃນຂົງເຂດການເງິນ
|
ທີ່ການຕ້ອນຮັບ, ທ່ານພົນໂທ ເຈິ່ນເດີນ ເນັ້ນໜັກວ່າ: ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ຮັກສາ ແລະພັດທະນາສາຍພົວພັນສາມັກຄີແບບພິເສດກັບພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນລາວ ອ້າຍນ້ອງ. ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຜ່ານມານັບມື້ນັບໄດ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກດ້ານ. ທ່ານພົນໂທ ເຈິ່ນເດີນ ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກຂອງພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນລາວ ໄດ້ຊ່ວຍເຫຼືອບັນດາໜ່ວຍປະຕິບັດງານຂອງຫວຽດນາມ ປະຕິບັດໜ້າທີ່ຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ລາວ.
|
ທ່ານພົນໂທ ເຈິ່ນເດີນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພັນເອກ ສີສະຫວັນ ກົມມະເມືອງ. ພາບ: ວັນຮ່ຽວ.
|
ທ່ານພົນໂທ ເຈິ່ນເດີນ ຖ່າຍຮູບເປັນທີ່ລະນຶກກັບຄະນະພະນັກງານກົມແຜນການ-ການເງິນ, ກະຊວງປ້ອງກັນປະເທດລາວ. ພາບ: ວັນຮ່ຽວ.
ທ່ານພັນເອກ ສີສະຫວັນ ກົມມະເມືອງ ສະແດງຄວາມຂອບອົກຂອບໃຈທ່ານພົນໂທ ເຈິ່ນເດີນ ໄດ້ສະຫງວນເວລາຕ້ອນຮັບຄະນະ ແລະແຈ້ງໃຫ້ທ່ານພົນໂທ ເຈິ່ນເດີນ ຮັບຊາບກ່ຽວກັບໝາກຜົນແຫ່ງການເຮັດວຽກຂອງຄະນະກັບກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ. ຕີລາຄາສູງການເຮັດວຽກ, ທ່ານພົນໂທ ເຈິ່ນເດີນ ຢັ້ງຢືນວ່າ ການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ຂະແໜງການເງິນກອງທັບສອງປະເທດຮ່ວມມືກັນຢ່າງມີປະສິດທິຜົນ.
(ແຫຼ່ງຂໍ້ມູນ: ກປ.ອອນໄລ)