16:02 | 30/05/2018

ການຮ່ວມມືລະຫວ່າງ ແນວໂຮມຊາດ ຫວຽດນາມ ແລະ ແນວລາວສ້າງ​ຊາດ ລາວ

ການຮ່ວມມືລະຫວ່າງ ແນວໂຮມຊາດ ຫວຽດນາມ ແລະ ແນວລາວສ້າງ​ຊາດ ລາວ

ກອງ​ປະ​ຊຸມ​ປຶ​ກ​ສາ​ຫາ​ລື​ ແນວ​ໂຮມ​ຊາດ ຫວຽດນາມ ແລະ ແນວ​ລາວ​ສ້າງ​ຊາດ. (ພາບ: ສະ​ນັກ​ຂ່າວ​ຫວຽດ​ນາມ.)

ຮອງປະທານ ກໍາມະການສູນກາງ ແນວ​ໂຮມ​ຊາດ ຫວຽດນາມ ເຮົ່າ​ອາ​ເລັ່ງ ສະແດງຄວາມປາດຖະຫນາວ່າໃນອະນາຄົດ, ທ່ານໄຊສົມພອນ ພົມວິຫານ ແລະ ຜູ້ນໍາກໍາມະການສູນກາງແນວລາວສ້າງຊາດ ຍັງສືບຕໍ່ ເອົາ​ໃຈ​ໃສ່ ຊີ້​ນຳ, ເພີ່ມທະ​ວີ ຈັດ​ຕັ້ງ​ ຂະ​ບວນ​ການມິດຕະພາບ, ການຮ່ວມມື ເພື່ອ​ໃຫ້ພົວພັນເລິກເຊິ່ງ, ເປັນ​ນາມ​ມະ​ທຳ,ພິ​ເສດ​ແມ່ນເອົາໃຈໃສ່ດ້ານ​ການຮ່ວມມື ແລະ ແລກປ່ຽນປະ​ສານ​ງານລະຫວ່າງ ອົງການຈັດຕັ້ງສັງຄົມ,ປະ​ຊາ​ຊົນທັງ​ສອງ​ປະ​ເທດ; ສືບຕໍ່ເອົາໃຈໃສ່ ໃນການສ້າງເງື່ອນໄຂສະດວກ ໃຫ້​ແກ່ ສະ​ມາ​ຄົມ ຊາວຫວຽດນາມ ທີ່ດໍາລົງຊີວິດ, ເຮັດວຽກ ແລະ ສຶກສາ ຢູ່ ປະເທດລາວ, ປະກອບສ່ວນເຂົ້າໃນການສ້າງສາ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ຈະ​ເລີນ ຮຸ່ງ​ເຮືອງ​ ສີ​ວິ​ໄລ ແລະ ປະ​ກອບ​ສ່ວນ ໃນ​ການ​ເພິ່ມ​ທະ​ວີ, ພັດ​ທະ​ນາ ສາຍ​ສຳ​ພັນ​ມິ​ດ​ຕະ​ພາບ​ອັນ​ເກົ່າ​ແກ່, ຄວາມ​ສາ​ມັກ​ຄີ ພິ​ເສດ ແລະ ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ.

ທ່ານປະທານ ແນວ​ລາວ​ສ້າງ​ຊາດ ທ່ານ ໄຊສົມພອນ ພົມວິຫານ ຕີ​ລາ​ຄາ​ສູງ ແລະ ຊົມເຊີຍການມາຢ້ຽມຢາມ ລາວ ຂອງຄະ​ນະ ໃນ​ຄັ້ງ​ນີ້. ທ່ານ​ຍັງ ຕີ​ລາ​ຄາ​ສູງ ແລະ ຊົມເຊີຍ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ເຈ​ລ​ະ​ຈາ ລະ​ຫວ່າງ ຮອງປະທານ ເຮົ່າ​ອາ​ເລັ່ງ ແລະ ທ່ານ ຄຳ​ໃບ ດຳ​ລາດ, ພິ​ເສດແມ່ນ ວຽກ​ງານການປະສານງານ ປະຕິບັດຖະແຫຼງການຮ່ວມ ຫວຽດ​ນາມ - ລາວ ປີ 2017, ນອກ​ນັ້ນ​ຍັງ​ຫວັງ​ວ່າ​ໃນ​ອາ​ນາ​ຄົດ, ແນວ​ໂຮມ​ຂອງ​ສອງ​ປະ​ເທດ ຈະ​ຮ​ວ່ມ​ກັ​ນ​ລົງ​ທ້ອງ​ຖິ່​ນ ເຂດຊາຍແດນ ຮ່ວມ​ກັນ. ເພື່ອ​ຊອກ​ຫາ ແມ່​ແບບ ລວມ ແນ່​ໃສ່ ສ້າງ​ລະ​ບົບການ​ແກ້​ໄຂ​ບັນ​ຫາໃຫ້​ດີ​ຂື້ນ ຄື: ການ​ແຕ່ງ​ງານ​ໂດຍ​ບໍ່​ແຈ້ງ​ອຳ​ນາດ​ການ​ປົກ​ຄອງ, ອົບ​ພະ​ຍົບ​ແບບ​ເອ​ກະ​ລາດ, ຄ້າ​ຂາຍ​ເຖື່ອນ…ໃນເຂດຊາຍແດນຂອງສອງປະເທດ.

ກ່ອນຫນ້ານັ້ນ, ໃນກອງ​ປະ​ຊຸມເຈລະຈາ ລະຫວ່າງ ຮອງປະທານ ເຮົ່າ​ອາ​ເລັ່ງ ແລະ ທ່ານ ຄຳ​ໃບ ດຳ​ລາດ ທັງ​ສອງ​ຝ່າຍ ໄດ້​ລາຍ​ງານ​ໃຫ້​ກັນ​ແລະ​ກັນ, ​ສະພາບ ເສດຖະກິດ - ສັງຄົມ ຂອງແຕ່​ລະປະເທດ, ​ຜົນ​ສຳ​ເລັດ​ຂອງ​ການ​ເຮັດ​ວຽກ​ຂອງ ແນວ​ໂຮມ ທັງ​ສອງ, ພ້ອມ​ກັນ​ນັ້ນ​ໄດ້ ຈັດ​ຕັ້ງປະເມີນຜົນ ແລະ ຕີ​ລາ​ຄາ ໜຶ່ງ​ປີ​ຂອງ​ການ​ຮ່ວມ​ມຶ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ເນື້ອ​ໃນ​ຂອງ​ຖະ​ແຫຼງ​ການ​ຮ່ວມ ຂອງ​ກອງ​ປະ​ຊຸມ ສະ​ກົນ ກ່ຽວ​ກັບ​ການກໍ່​ສ້າງ ເສັ້ນ​ຊາຍ​ແດນ ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມຶ ຮອບ​ດ້ານ ພ້ອມ​ກັນ​ພັດ​ທະ​ນາ ຫວຽດ​ນາມ-ລາວ ປີ 2017.

(​ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3766.html

In bài biết