08:35 | 15/05/2018

ຫົວ​ໜ້າ​ກົມໃຫຍ່ ເສນາທີການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຫົວ​ໜ້າ​ກົມໃຫຍ່ ເສນາທີການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ພົນໂທ ຟານວັນຢາງ ແລ​ະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ກອດກອງ​ທະ​ຫານ​ຕ້ອນ​ຮັບ.

ໃນຕອນເຊົ້າຂອງວັນທີ 14 ພຶດສະພານີ້, ທີ່​ສຳ​ນັກ​ງານ ກະ​ຊວງ​ປ້ອງ​ການ​ປະ​ເທດ ພົນ​ໂທ ຟານ​ວັນ​ຢາງ ໄດ້​ເປັນ​ປະ​ທານ ພິ​ທີ​ຮັບ​ຕ້ອນ ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ແລະ ຄະ​ນະ​ຜູ່​ແທນ​ອັນ​ດັບ​ສູງ​ຂອງກອງ​ທັບ ສະ​ທາ​ລະ​ນະ​ລັດ ປະ​ຊາ​ທີ​ປະ​ໄຕ ປະ​ຊາ​ຊົນ​ລາວ.

ພາຍຫຼັງພິທີຕ້ອນຮັບ, ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ພ້ອມ ຄະ​ນະ ​ໄດ້​ກ່າວ​ຄຳ​ສະ​ບາຍ​ດີ​ຖາມ​ຂ່າວ​ຄາວ ເຖິງທ່ານ ພົນ​ເອກ ໂງ​ຊົນ​ລິກ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງຜູ່​ບັນ​ຊາ​ການກອງ​ທັບ ສູນ​ກາງ, ລັດຖະມົນຕີປ້ອງກັນປະເທດ ຫວຽ​ດ​ນາມ.

ທ່ານ ພົນ​ເອກ ໂງ​ຊົນ​ລິກ ໄດ້ສະແດງຄວາມ​ດິ​ອົກ​ດີ​ໃຈທີ່​ໄດ້ຍິນດີຕ້ອນຮັບ ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ພ້ອ​ມ​ຄະ​ນະທີ່​ມາ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ; ພ້ອມ​ກັນ​ນັ້​ນ ຢັ້ງ​ຢືນ​ວ່າ ການ​ມາຢ້ຽມຢາມ ຫວຽດ​ນາມ ຂອງ ຮອງລັດຖະມົນຕີປ້ອງກັນປະເທດ, ຫົວ​ໜ້າ​ກົມໃຫຍ່ ເສ​ນາ​ທີ​ການ​ກອງ​ທັບ​ປະ​ຊາ​ຊົນ​ລາວ ຈະ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ສຳ​ພັນ​ມິດ​ຕະ​ພາບ​ອັນ​ເກົ່າ​ແກ່ ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ແລະ ການ​ພົວ​ພັນ​ຮ່ວມ​ມື ກ່ຽວ​ກັບ​ ປ້ອງ​ກັນ​ປະ​ເທດ​ເວົ້າ​ສະ​ເພາະ ເພື່ອ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ.

ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ຂອບໃຈນຳ​ ທ່ານ ພົນ​ເອກ ໂງ​ຊົນ​ລິກ ທີ່​ໄດ້​ເສຍ​ສະ​ຫຼະ​ເວ​ລາ ຮັບ ຢືນ​ຢັນ ສາຍ​ສຳ​ພັນ ຮ່ວມມືດ້ານ ປ້ອງກັນປະເທດ ລະຫວ່າງສອງປະເທດ ເປັນ​ໜື່ງ​ໃນ​ເນື້ອ​ໃນ​ທີ່​ສຳ​ຄັນ ທີ່​ຜູ່​ນຳ​ທັງ​ສອງ​ປະ​ເທດ ເອົາ​ໃຈ​ໃສ່​ຊຸ​ກ​ຍູ້​ຕະ​ຫຼອດ​ມາ.

ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ສະແດງຄວາມເຊື່ອຫມັ້ນອັນ​ດີວ່າ​ ສາຍ​ສຳ​ພັນ​ອັນ​ດີ​ງາມ​ຂອງກອງ​ທັບ ຈະ​ເພີ່ມ​ທະ​ວີ, ຮັດ​ແໜ້ນ​ຄວາມ​ເຊື່​ອ​ຖຶ, ການ​ຮ​ວ່ມ​ມື​ຂອງ​ສອງ​ພັກ, ສອງ​​ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ຂອງ​ສອງ​ປະ​ເທດ, ຮັບ​ປະ​ກັນ​ການ​ຮັກ​ສາ​ສ​ະ​ຖຽນ​ລະ​ພາບ, ການ​ເມືອງ​ສະ​ຫງົບ​ສູກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ມີ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ.

ໃນອາ​ນາ​ຄົດ, ທັງສອງຝ່າຍໄດ້ເຫັນດີ​ເປັນ​ເອກ​ກະ​ພາບ ເພີ່ມທະວີ ໃນການຮ່ວມມື​ກໍ່​ສ້າງພະ​ນັກ​ງານ, ສະ​ຖາ​ບັນ​ການ​ທະ​ຫ​ານລາວ ໃນ​ບັນ​ດາ​ສະ​ຖາ​ບັນ, ໂຮງ​ຮຽນ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ: ສືບ​ຕໍ່​ການ​ຮ່ວມ​ມື, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ-ລາວ​ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ຮອບ​ດ້ານ. ພ້ອມ​ກັນ​ນັ້ນ​ທັງ​ສອງ​ຝ່​າຍ​ຍັງ​ປະ​ສານ​ສົມ​ທົບ ຊຸກ​ຍຸ້​ໄວ ຄວາມ​ກ້າວ​ໜ້າ​ໃນ​ການ​ຊອກ​ຫາ, ຂູດ​ຄົ້ນ​ກະ​ດູກ​ຂອງ​ທະ​ຫານ​ວິ​ລະ​ຊົນ ທະ​ຫານ​ອາ​ສາ​ສະ​ໝັກ ແລະ ວິ​ຊາ​ການຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ສະ​ໜາມ​ຮົບ ລາວ ກັບ​ຄືນ​ມາ​ປົງ​ທີ່​ບ້ານ​ເກີດ. ສືບ​ຕໍ່ຮັກ​ສາ​ການ​ເຄື່ອນ​ໄຫວ ແລກ​ ປ່ຽນ​ຄະ​ນະ​ຮັບ​ຜິດ​ຊອບ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ, ແລກ​ປ່ຽນ​າຍ​ທະ​ຫານ ຜຸ່​ໜຸ່ມ​ນ້ອຍ, ຈັດ​ຕັ້ງ​ແຮກ​ສ່ຽວ​ລະ​ຫວ່າງ​ຫົວ​ໜ່ວຍ​ທີ່​ມີ​ຄວາມ​ເໝາະ​ສົມ​ຂອງ​ສອງ​ຝ່າຍ.

ຫົວ​ໜ້າ​ກົມໃຫຍ່ ເສນາທີການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ພົນໂທ ຟານວັນຢາງ ແລ​ະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ ຖ່າຍ​ຮູບ​ເປັນ​ທີ່​ລະ​ລຶກ.

ນອກຈາກນັ້ນໃນຕອນເຊົ້າຂອງວັນທີ 14 ເດືອນພຶດສະພາ, ຄະນະຜູ້ແທນ​ຂັ້ນ​ສູງທະຫານ ຫວຽດນາມ ໂດຍ ທ່ານພົນໂທ ​ຟານ​ວັນ​ຢາງ ເປັນ​ປະ​ທານໄດ້ພົບປະກັບ​ໂອ້​ລົມ ກັບ ຄະນະຜູ້ແທນທະ​ຫານ ຂອງ ສາທາລະນະລັດ ປະຊາທິປະໄຕ ປະ​ຊາ​ຊົນ​ລາວ ນຳ​ໂດຍທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ.

ໃນການພົບ​ປະ​ໂອ້​ລົມ, ທ່ານພົນໂທ ​ຟານ​ວັນ​ຢາງ ແລະ ທ່ານ ພົນ​ໂທ ສຸ​ວອນ ຫຼວງ​ບຸນ​ມີ ໄດ້ຕົກລົງເຫັນດີເປັນ​ເອກ​ກະ​ພາບ ກັບການປະເມີນຜົນການຮ່ວມມື ລະຫວ່າງ ສອງ ກົມ​ໃຫຍ່​ເສ​ນາ​ທິ​ການ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຮອບ​ດ້ານ, ມີ​ຄວາມ​ ເລິກເຊິ່ງ, ເປັນ​ຮູບ​ປະ​ທຳ ແລະ ມີປະສິດທິຜົນ; ປະ​ກອບ​ສ່ວນ​ໃນ​ການ​ເພີ່ມ​ທະ​ວີ ໃນການສ້າງຄວາມເຊື່ອຫມັ້ນເຊິ່ງກັນ ແລະ ກັນແລະ ເພີ່ມ​ພຸນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ ມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ການຮ່ວມມືລະຫວ່າງທະຫານຂອງສອງປະເທດໄດ້ກາຍເປັນເສົາຫຼັກຂອງຄວາມສໍາພັນ, ເຊິ່ງປະກອບສ່ວນສົ່ງເສີມການພັດທະນາແບບຍືນຍົງແລະ ຄວາມຫມັ້ນຄົງໃນຂົງເຂດການຮ່ວມມືອື່ນໆ.

ທັງສອງຝ່າຍໄດ້ປະສານງານ ຢ່າງເປັນປົກກະຕິ ລະຫວ່າງ ກອງກໍາລັງປ້ອງກັນຊາຍແດນ, ຕໍ່​ສູ້​ຕ້ານ​ຜູ່​ອາດ​ຍາ​ກອນ​​ຂ້າມ​ຊາດຢ່າງ​ມີປະສິດທິຜົນ, ໂດຍສະເພາະແມ່ນອາດ​ຍາ​ກອນທີ່ກ່ຽວຂ້ອງກັບຢາເສບຕິດ; ​ຈັດ​ຕັ້ງ​ປະ​ຕິ​ບັດ​ການກໍ່​ສ້າງ ແລະ ຝຶກອົບຮົມ ພະ​ນັກ​ງານ , ຜູ້ຊ່ຽວຊານດ້ານການທະຫານ; ການຝຶກອົບຮົມໃນວຽກງານພັກ, ວຽກງານທາງດ້ານການເມືອງ; ການຝຶກອົບຮົມເພື່ອຮັບປະກັນວຽກງານດ້ານການຂົນສົ່ງ ແລະ ດ້ານເຕັກນິກ ສືບຕໍ່ຈັດ​ຕັ້ງ​ປະ​ຕິ​ບັດຢ່າງ​ມີປະສິດຕິຜົນ. ແລກປ່ຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການສ້າງກໍາລັງ ແລະ ຍົກ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ກະ​ກຽມ​ຄວາມ​ພ້ອມ ຕໍ່​ສູ້ ຂອງກອງ​ທັບຢູ່​ເລື້ອຍໆ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3758.html

In bài biết