14:04 | 25/11/2019

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ.(ພາບ: bienphong.com.vn)

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນກໍ່ຄືວຽກງານຜັນຂະຫຍາຍການປະຕິບັດບັນດາສັນຍາ, ສົນທິສັນຍາຂອງສອງປະເທດໃນໄລຍະຜ່ານມາ; ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງລັດຖະບານຫວຽດນາມ ແລະ ລາວ ໃຫ້ເປັນຢ່າງດີ, ບັນດາເອກະສານທາງດ້ານກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງເຖິງຊາຍແດນ, ການຄ້າ, ວັດທະນະທໍາ, ການສຶກສາ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຊີ້ນໍາບັນດາກໍາລັງຕ່າງໆເພີ່ມທະວີການສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາການລາດຕະເວນສອງຝ່າຍ, ໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຢ່າງເລິກເຊິ່ງກວ້າງຂວາງ ເພື່ອຍົກສູງສະຕິຄວາມຮັບຮູ້ກ່ຽວກັບນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ.

ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ; ເປັນເຈົ້າການໂຄສະນາ, ຂົນຂວາຍປະຊາຊົນຢູ່ສອງເບື້ອງຊາຍແດນປະຕິບັດສັນຍາວ່າດ້ວຍກົດລະບຽບການຄຸ້ມຄອງຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ; ຍູ້ແຮງຂະບວນການມະຫາຊົນ, ປະຊາຊົນເຂົ້າຮ່ວມການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນດ້ວຍຕົນເອງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3757.html

In bài biết