07:48 | 28/11/2019

ຮ່າໂນ້ຍ-ວຽງຈັນ ຮັກສາການແລກປ່ຽນບົດຮຽນວຽກງານພັກ

ຮ່າໂນ້ຍ-ວຽງຈັນ ຮັກສາການແລກປ່ຽນບົດຮຽນວຽກງານພັກ

ຮ່າໂນ້ຍ-ວຽງຈັນ ຮັກສາການແລກປ່ຽນບົດຮຽນວຽກງານພັກ.(ພາບ:kinhtedothi.vn)

ທ່ານນາງ ໂງທິແທັງຮັ່ງ ຕີລາຄາສູງປະສິດທິຜົນການຢ້ຽມຢາມຂອງຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ທີ່ ຮ່າໂນ້ຍ ໃນຄັ້ງນີ້ໄດ້ປະກອບສ່ວນຮັກສາສາຍພົວພັນທີ່ເປັນມູນເຊື້ອອັນລໍ້າຄ່າລະຫວ່າງສອງຊາດຫວຽດນາມ-ລາວ ເວົ້າລວມ ແລະ ສອງນະຄອນຫຼວງຮ່າໂນ້ຍ- ວຽງຈັນ ເວົ້າສະເພາະ. ທ່ານນາງ ໂງທິແທັງຮັ່ງ ຮັບຮູ້ ແລະເຫັນດີເປັນເອກະພາບສູງຕໍ່ຄວາມມຸ່ງມາດປາດຖະໜາຂອງຄະນະປະຕິບັດງານຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ, ໃນເລື່ອງສ້າງເງື່ອນໄຂສະດວກ ເພື່ອຊຸກຍູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ-ວຽງຈັນ. ທ່ານ ເຂັມເພັດ ແພງດວງຈັນ ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະແບ່ງປັນບົດຮຽນໃນການຢ້ຽມຢາມ ແລະເຮັດວຽກຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 25-29 ພະຈິກ ໃຫ້ຫຼາຍກວ່າອີກ. ພິເສດແມ່ນວຽກງານຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃນສະພາບການທີ່ທັງສອງປະເທດພວມຂຸ້ນຂ້ຽວກະກຽມໃຫ້ແກ່ເຫດການຕ່າງໆ ເຊິ່ງຈະດໍາເນີນໃນປີ 2020.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3756.html

In bài biết