10:16 | 10/12/2019

ສໍານັກຂ່າວສານຫວຽດນາມ-ສໍານັກຂ່າວສານປະເທດລາວ ເພີ່ມທະວີການຮ່ວມມື

ສໍານັກຂ່າວສານຫວຽດນາມ-ສໍານັກຂ່າວສານປະເທດລາວ ເພີ່ມທະວີການຮ່ວມມື

ສໍານັກຂ່າວສານຫວຽດນາມ-ສໍານັກຂ່າວສານປະເທດລາວ ເພີ່ມທະວີການຮ່ວມມື.(ພາບ: nhandan.com.vn)

ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວ ແລະການພັດທະນາຂອງແຕ່ລະອົງການ, ໃນນັ້ນທັງສໍານັກຂ່າວສານປະເທດລາວ ແລະສໍານັກຂ່າວສານຫວຽດນາມ ລ້ວນແຕ່ສໍາເລັດບົດບາດ ແລະໜ້າທີ່ຂອງຕົນດ້ວຍຖານະແມ່ນອົງການທີ່ເປັນກະບອກສຽງຂອງລັດຖະບານ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຂອງຍຸກສະໄໝເຕັກນິກດີຈີຕອນ. ສອງຝ່າຍເຫັນດີເປັນເອກະພາບ ແລະເພິ່ງພໍໃຈເມື່ອເຫັນວ່າການຮ່ວມມືໃນຂົງເຂດວິຊາການລະຫວ່າງສອງອົງການສໍານັກຂ່າວສານສືບຕໍ່ພັດທະນາຢ່າງມີປະສິດທິຜົນໃນປີ 2019, ພິເສດແມ່ນໃນການເພີ່ມທະວີການແລກປ່ຽນຂ່າວ ແລະພາບປະຈໍາວັນ, ກໍ່ຄືການໜູນຊ່ວຍດ້ານເຕັກນິກ ແລະບໍາລຸງດ້ານວິຊາການ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງແຕ່ລະຝ່າຍເປັນຢ່າງດີ, ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອແນໃສ່ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ, ກໍ່ຄືສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ທ່ານ ເລກ໊ວກມີງ ແລະທ່ານ ສູນທອນ ຄັນທະວົງ ໄດ້ລົງນາມໃນບົດບັນທຶກການພົບປະເຈລະຈາລະຫວ່າງສອງອົງການ.

ທັງສອງຝ່າຍຍັງເຫັນດີເປັນເອກະພາບ ​ເຊັນບົດບັນທຶກຮ່ວມກັນໃນການເສີມຂະຫຍາຍຮ່ວມມືດ້ານວິຊາການໃນປີ 2020 ເປັນ​ຕົ້ນເຫັນດີໃນການສືບຕໍ່ຍົກສູງຄຸນນະພາບດ້ານຂໍ້ມູນຂ່າວສານ (ຂ່າວ, ຮູບພາບ ເປັນ​ລາຍ​ວັນ​ແລະຊຸກຍູ້​ການ​ໂຄສະນາ​ເຜີຍ​ແຜ່​ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​​ມິດຕະພາບ ຄວາມສາມັກຄີ​ແບບ​ພິ​ເສດ​ແລະການ​ຮ່ວມ​ມື​ຮອບດ້ານລະຫວ່າງປະຊາຊົນສອງຊາດລາ​ວ-ຫວຽດນາມ. ພ້ອມນີ້, ການນຳ KPL ຢືນຢັນທີ່ຈະສືບຕໍ່ຊ່ວຍເຫລືອ ແຈກຢາຍວາລະສານ ຂ່າວພາບຫວຽດນາມ ເປັນພາສາລາວ ຢູ່ ສປປ ລາວ, ໂຄສະນາເຜີຍແຜ່ບັນດາໜັງສືພິມເອເລັກໂຕຣນິກ ຂອງ VNA ຄື ຂ່າວພາບຫວຽດນາມ, Vietnamplusຜ່ານເວັບໄຊຂອງ KPL http://kpl.gov.la ແລະ ຢືນຢັນຈະສືບຕໍ່ ໃຫ້ບຸລິມະສິດ ໃນການຊ່ວຍເຫລືອນັກຂ່າວ ຂອງສຳນັກຂ່າວສານຫວຽດນາມປະຈຳລາວ ໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານອື່ນໆ. ຂະ​ນະ​ທີ່ການນຳ VNA ຈະສືບຕໍ່ຊ່ວຍເຫລືອ KPLໃນການປັບປຸງຍົກສູງຄຸນນະພາບເວັບໄຊ ຂອງສຳນັກຂ່າວສານປະເທດລາວ (http:kpl.gov.la)ໃຫ້ດີກວ່າເກົ່າ. ໃນ​ນັ້ນ VNA ຕົກລົງຈະຮັບເອົາພະນັກງານຂອງ KPL ໄປຝຶກອົບຮົມດ້ານວິຊາການຢູ່ VNA ໃນປີ 2020 ແລະ ຈະ​ສືບຕໍ່ຊ່ວຍ​​ເຫລືອສະໜອງ​ອຸປະກອນ ອັນຈໍາເປັນໃຫ້​ຫ້ອງ​ຖ່າຍ​ທຳ(ຫ້ອງStudio)ຂອງສຳນັກ​ຂ່າວສານ​ປະ​ເທດ​ລາວຕາມຄວາມສາມາດຂອງຕົນ. ການນໍາສອງຝ່າຍ ເຫັນດີເປັນເອກະພາບນຳກັນວ່າ: ສຳລັບການຮ່ວມມື ແລະ ການຊ່ວຍ ເຫລືອ ທີ່ກ່ຽວຂ້ອງ ເຖິງ ກະຊວງ, ຂະແໜງການ ແລະ ອົງການຕ່າງໆ ຂອງສອງຝ່າຍຈະນຳສະເໜີ ຂໍຄວາມເຫັນຂອງບັນດາກະຊວງ, ຂະແໜງການ ແລະ ອົງການຕ່າງໆ ທີ່ກ່ຽວຂ້ອງກ່ອນທີ່ຈະຕົກລົງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3751.html

In bài biết