ແທັງຮວ໊າ-ຫົວພັນ: ຈັດຕັ້ງການພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນ ປີ 2019
ພິທີລົງນາມໃນບົດບັນທຶກຊ່ວຍຈໍາວຽກງານປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນປີ 2020. (ພາບ: baothanhhoa)
ກອງປະຊຸມໄດ້ຮັບຮູ້ບັນດາຜົນງານທີ່ບັນລຸໄດ້ໃນວຽກງານຄຸ້ມຄອງຊາຍແດນ ປີ 2019, ຈໍາກັດ; ກໍານົດບັນດາເນື້ອໃນສໍາຄັນໃນການສົມທົບກັນ; ສະເໜີ, ສະເໜີແນະຕໍ່ບັນດາຂະແໜງທີ່ກ່ຽວຂ້ອງສອງປະເທດສືບຕໍ່ປະຕິບັດສໍາເລັດບັນດາລະບຽບການທີ່ກ່ຽວຂ້ອງເພື່ອຍື່ນຕໍ່ລັດຖະບານສອງປະເທດອະນຸມັດຜ່ານໂດຍໄວ, ຍົກລະດັບຄູ່ດ່ານຊາຍແດນສໍາຮອງ ; ຍົກລະດັບ 3 ເສັັ້ນທາງເປີດໃຫ້ກາຍເປັນດ່ານຊາຍແດນສໍາຮອງຢູ່ບັນດາເມືອງ: ເມືອງເມື່ອງລ໊າດ (ຫວຽດນາມ) - ເມືອງວຽງໄຊ (ລາວ), ເມືອງເມື່ອງລ໊າດ - ເມືອງວຽງໄຊ, ລາວ, ເມືອງກວນເຊີນ - ເມືອງສໍາເຕີ (ລາວ). ພ້ອມທັງລົງນາມໃນບົດບັນທຶກຊ່ວຍຈໍາວຽກງານປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນປີ 2020. ກອງປະຊຸມໄດ້ຕີລາຄາຮອບດ້ານໝາກຜົນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງແຂວງປີ 2019. ໃນນັ້ນ, ອໍານາດການປົກຄອງທຸກຂັ້ນຂອງສອງປະເທດໄດ້ຊີ້ນໍາບັນດາກໍາລັງປົກປັກຮັກສາຊາຍແດນຈັດຕັ້ງການລາດຕະເວນ, ກວດກາຄົນ, ພາຫະນະໄປມາເຂດຊາຍແດນ, ດ່ານຊາຍແດນ, ເຂົ້າອອກເຂດຊາຍແດນຢ່າງແໜ້ນແຟ້ນ.
(ໄຊພອນ)