09:43 | 25/10/2019

ອົງການຈັດຕັ້ງກຳມະບານປະກອບສ່ວນຮັດແໜ້ນການພົວພັນຮ່ວມມື, ພັດທະນາຮ່າຕິ້ງ - ບໍລິຄໍາໄຊ

ອົງການຈັດຕັ້ງກຳມະບານປະກອບສ່ວນຮັດແໜ້ນການພົວພັນຮ່ວມມື, ພັດທະນາຮ່າຕິ້ງ - ບໍລິຄໍາໄຊ

ການນຳສອງແຂວງຮ່າຕິ້ງ - ບໍລິຄໍາໄຊມອບຂອງຂວັນເປັນທີ່ລະນຶກໃຫ້ກັນ. (ພາບ: baohatinh.vn)

ທ່ານ ດໍາລົງ ທັບລາດ ໄດ້ສະແດງຄວາມປາດຖະໜາວ່າການນຳແຂວງຮ່າຕິ້ງ, ສະຫະພັນແຮງງານແຂວງຮ່າຕິ້ງ, ຈະສືບຕໍ່ສົມທົບ, ຊ່ວຍເຫຼືອອົງການຈັດຕັ້ງກຳມະບານແຂວງບໍລິຄຳໄຊ ເຄື່ອນໄຫວນັບມື້ນັບມີປະສິດທິຜົນ, ຮັດແໜ້ນສາຍພົວພັນແບບພິເສດລະຫວ່າງສອງແຂວງ.ຕາງໜ້າການນຳແຂວງຮ່າຕິ້ງ, ທ່ານ ເລດິ່ງເຊິນ ຖືວ່າດ້ວຍບັນດາການຜັນແປຢ່າງສັບສົນຂອງສະພາບການໂລກ, ພາກພື້ນມີບັນດາຜົນກະທົບ, ສົ່ງຜົນສະທ້ອນເຖິງສະພາບການດ້ານການເມືອງ, ເສດຖະກິດ ແລະສາຍພົວພັນຂອງສອງແຂວງ. ຍ້ອນເຫດນັ້ນ, ດ້ວຍມູນເຊື້ອສະໜິດຕິດພັນ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງ 2 ແຂວງ, 2 ປະເທດ ຫວຽດນາມ - ລາວ, ອົງການຈັດຕັ້ງກໍາມະບານສອງແຂວງຈະສືບຕໍ່ໂຄສະນາເຜີຍແຜ່ໃຫ້ສະມາຊິກກຳມະບານຂອງສອງແຂວງກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງແຂວງ, ສອງປະເທດເພື່ອຮັກສາ, ເສີມຂະຫຍາຍນ້ຳໃຈ ແລະຄວາມສະໜິດຕິດພັນແບບຍືນຍົງລະຫວ່າງສອງປະເທດ, ສອງແຂວງ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-3742.html

In bài biết