11:36 | 27/10/2019

ຮ່າໂນ້ຍ ແບ່ງປັນບົດຮຽນໃນການພັດທະນາວັດທະນະທໍາ, ສັງຄົມກັບ ສປປ ລາວ

ຮ່າໂນ້ຍ ແບ່ງປັນບົດຮຽນໃນການພັດທະນາວັດທະນະທໍາ, ສັງຄົມກັບ ສປປ ລາວ

ບັນຍາກາດທີ່ການຕ້ອນຮັບ.(ພາບ: kinhtedothi.vn)

ທີ່ການຕ້ອນຮັບ, ທ່ານ ສະຖິດ ເພັດສິງເລືອງ ໃຫ້ຮູ້ວ່າ, ການມາຢ້ຽມຢາມ ແລະເຮັດວຽກຂອງຄະນະໃນຄັ້ງນີ້ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນການພັດທະນາຂອງນະຄອນຮ່າໂນ້ຍ, ໃນນັ້ນມີການແລກປ່ຽນຫົວເລື່ອງສະເພາະກ່ຽວກັບຂົງເຂດວັດທະນະທໍາ-ສັງຄົມ. ແຈ້ງໃຫ້ຊາບກ່່ຽວກັບການມາແລກປ່ຽນບົດຮຽນໃນຄັ້ງນີ້, ທ່ານ ສະຖິດ ເພັດສິງເລືອງ ໃຫ້ຮູ້ວ່າ, ຄະນະມີໂອກາດໄປທັດສະນະສຶກສາຕົວຈິງຢູ່ບາງທ້ອງຖິ່ນ ໃນນັ້ນມີແຂວງວິ້ງຟຸກ, ຢ້ຽມຊົມບາງຮູບແບບວັດທະນະທໍາ-ສັງຄົມຢູ່ທີ່ນີ້.

ຕາງໜ້າການນໍານະຄອນຮ່າໂນ້ຍ, ທ່ານ ຫງວຽນວັນສຶວ ໄດ້ຊົມເຊີຍ ແລະອວຍພອນໃຫ້ຄະນະມີການຢ້ຽມຢາມ ແລະແລກປ່ຽນບົດຮຽນປະສົບຜົນສໍາເລັດຢ່າງຈົບງາມ; ຢັ້ງຢືນວ່າການຢ້ຽມຢາມຄັ້ງນີ້ຂອງຄະນະ ໄດ້ສຸມໃສ່ຄົ້ນຄວ້າແລກປ່ຽນບັນດາບັນຫາທີ່ແທດຈິງທີ່ສຸດ ເມື່ອລົງເລິກໃນຂົງເຂດ ຄື ພັດທະນາວັດທະນະທໍາ, ປະຫວັດສາດ, ສັງຄົມ...

ອີກເທື່ອໜຶ່ງ, ທ່ານ ຫງວຽນວັນສຶວ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະແລກປ່ຽນບົດຮຽນຂອງຄະນະ, ພ້ອມທັງເຊື່ອໝັ້ນວ່າ ເຫດການນີ້ຈະປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບອ້າຍນ້ອງລະຫວ່າງຮ່າໂນ້ຍ ແລະວຽນຈັນ ກໍຄືການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບດີງາມຜ່ານບັນດາການຮ່ວມມືທີ່ມີປະສິດທິຜົນ ແລະແທດຈິງ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-3741.html

In bài biết