06:30 | 07/10/2019

ງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III

ງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III

ລາຍການຟ້ອນ “ບຸນເຕັດຂອງພວກຂ້າພະເຈົ້າ” ຂອງໂຮງຮຽນມະຫາວິທະຍາໄລສ້າງຄູຖ໋າຍງວຽນ ຍາດໄດ້ລາງວັນທີ 1 ທີ່ງານມະໂຫລານ. (ພາບ: baothainguyen.vn)

ເຂົ້າຮ່ວມງານມະໂຫລານຄັ້ງນີ້ມີນັກສະແດງກວ່າ 300 ຄົນທີ່ສັງກັດ 14 ຄະນະ, ໂດຍມີເກືອບ 30 ລາຍການທີ່ດີເດັ່ນ, ເຊິ່ງຂັບຮ້ອງດ້ວຍພາສາຫວຽດນາມ ແລະພາສາລາວ, ອັນໄດ້ຍ້ອງຍໍຊົມເຊີຍນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ສິ້ນສຸດງານມະໂຫລານ, ຄະນະໂຮງຮຽນມັດທະຍົມສົມບູນເຂດພູສູງ ຫວຽດບັກ ຍາດໄດ້ລາງວັນທີ 1 ສໍາລັບລາຍການຟ້ອນ; ສໍາລັບລາຍການຮ້ອງລວມໝູ່, ລາງວັນທີ 1 ໄດ້ແກ່ທີມສະມາຄົມມິດຕະພາບຫວຽດນາມ- ລາວ ນະຄອນຖ໋າຍງວຽນ; ສໍາລັບລາຍການຮ້ອງຄູ່, ລາງວັນທີ 1 ໄດ້ແກ່ໂຮງຮຽນມະຫາວິທະຍາໄລສ້າງຄູຖ໋າຍງວຽນ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-3725.html

In bài biết