13:47 | 07/10/2019

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ຕາມຂໍ້ຕົກລົງແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮັກສາແຫຼ່ງສິນຄ້າແລກປ່ຽນການຄ້າຄືປັດຈຸບັນ, ມານະພະຍາຍາມຊຸກຍູ້ການເຕີບໂຕວົງເງິນການຄ້າທຸກໆປີຂຶ້ນ 10%, ສຸມໃສ່ເຂົ້າໃນບັນດາໝວດສິນຄ້າ: ວັດສະດຸກໍ່ສ້າງ, ກະສິກຳ - ເຄື່ອງປ່າຂອງດົງ, ເຄື່ອງສິລະປະຫັດຖະກຳ…ພ້ອມທັງສົ່ງເສີມບັນດາວິສາຫະກິດຢູ່ແຂວງ ດ້ຽນບຽນ ສືບຕໍ່ຊອກຫາກາລະໂອກາດລົງທຶນເຂົ້າໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດຢູ່ບັນດາແຂວງພາກເໜືອລາວ ເພື່ອສົ່ງອອກບັນດາຜະລິດຕະພັນໄປຍັງຕ່າງປະເທດ.

ບັນດາຝ່າຍໄດ້ພິຈາລະນາຄວາມຄືບໜ້າການປະຕິບັດຂໍ້ຕົກລົງການຮ່ວມມືດ້ານການຄ້າຊາຍແດນ ແລະ ບັນດາສັນຍາເຊິ່ງ 2 ຝ່າຍໄດ້ລົງນາມລະຫວ່າງ 2 ລັດຖະບານ, ພ້ອມທັງ ປຶກສາຫາລືຊອກຫາມາດຕະການ ເພື່ອບັນລຸໄດ້ເປົ້າໝາຍວົງເງິນການຄ້າ 2 ສົ້ນ ຫວຽດນາມ - ລາວ ແມ່ນ 1 ຕື້ USD ໃນປີ 2019 ແລະ ການເຕີບໂຕ 10% ໃນແຕ່ລະປີ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

Link: https://huunghivietlao.thoidai.com.vn/detail-article-3724.html

In bài biết