09:13 | 10/10/2019

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ຖ່າຍຮູບລວມ. (ພາບ:bacninh.gov.vn)

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການຊາວໜຸ່ມ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງອົງການຊາວໜຸ່ມສອງປະເທດ. ທີ່ການໂອ້ລົມສົນທະນາ, ທ່ານຫົວໜ້າຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງເລຂາຄະນະພັກແຂວງອັດຕະປື ຄຳພາສີ ເວັນມະສອນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນເຊິ່ງກັນແລະກັນ ກ່ຽວກັບສະພາບການຊາວໜຸ່ມ, ຮ່ຳຮຽນເອົາບົດຮຽນເຊິ່ງກັນແລະກັນໃນຂົງເຂດຊາວໜຸ່ມ ແລະ ຂະບວນການເຍົາວະຊົນ; ແບ່ງປັນບັນດາຮູບແບບການຮ່ວມມື.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3723.html

In bài biết