07:07 | 06/09/2019

ການຮ່ວມມືຮອບດ້ານລະຫວ່າງສອງຄະນະສະມາຊິກສະພາແຫ່ງຊາດແຂວງຊຽງຂວາງ ແລະ ເງະອານ

ທີ່ການພົບປະເຈລະຈາ, ການນໍາສອງຄະນະໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນະເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະແຂວງ. ສອງຝ່າຍກໍ່ຕີລາຄາການເຄື່ອນໄຫວຮ່ວມມືລະຫວ່າງສອງແຂວງເງະອານ-ຊຽງຂວາງ ແລະສອງຄະນະ ສສຊ ໃນໄລຍະຜ່ານມາ.


ການຮ່ວມມືຮອບດ້ານລະຫວ່າງສອງຄະນະສະມາຊິກສະພາແຫ່ງຊາດແຂວງຊຽງຂວາງ ແລະ ເງະອານ

ທີ່ການພົບປະເຈລະຈາ.(ພາບ:baonghean)

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບບົດຮຽນໃນການເຄື່ອນໄຫວຂອງຄະນະ ສສຊ ແລະສະພາປະຊາຊົນ. ເຊິ່ງລວມມີ, ສາຍພົວພັນສົມທົບກັນລະຫວ່າງຄະນະ ສສຊ ກັບສະພາປະຊາຊົນແຂວງ, ຄະນະກໍາມະການແນວໂຮມປະເທດຊາດແຂວງ; ບັນດາການເຄື່ອນໄຫວສໍາຜັດກັບຜູ້ມີສິດເລືອກຕັ້ງຂອງ ສສຊ, ສະມາຊິກສະພາປະຊາຊົນ ແລະແກ້ໄຂບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ, ການເຄື່ອນໄຫວຕິດຕາມກວດກາ, ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ...

ສອງຝ່າຍຈະແລກປ່ຽນຂໍ້ມູນຂ່າວສານການເຄື່ອນໄຫວຂອງຄະນະ ສສຊ ແລະຫ້ອງວ່າການສອງແຂວງເປັນປະຈໍາ, ປະກອບສ່ວນເຂົ້າໃນການກໍ່ສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ແລະສອງແຂວງເງະອານ-ຊຽງຂວາງ; ເຫັນດີເປັນເອກະສັນພ້ອມກັນເລັ່ງລັດແກ້ໄຂບັນດາບັນຫາສິດຜົນປະໂຫຍດໃຫ້ແກ່ຄົນອົບພະຍົກ ແລະດໍາລົງຊີວິດຢູ່ແຕ່ລະປະເທດ. ໃນໄລຍະສອງປີ, ຄະນະ ສສຊ ແລະສະພາປະຊາຊົນສອງແຂວງຈະຕີລາຄາຜົນການປະຕິບັດບົດບັນທຶກຊ່ວຍຈໍາ ແລະປຶກສາລາຍການຮ່ວມມືຕໍ່ໄປ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3709.html

In bài biết