12:00 | 13/09/2019

ຫວຽດ​ນາມ - ລາວ: ​ຍູ້​ແຮງ​ການ​ຮ່ວມ​ມື​ຮັກ​ສາ​ຄ​ວາມ​ສະ​ຫງົ​ບ​ຢູ່​ເຂດ​ຊາຍ​ແດນ

ຫວຽດ​ນາມ -  ລາວ: ​ຍູ້​ແຮງ​ການ​ຮ່ວມ​ມື​ຮັກ​ສາ​ຄ​ວາມ​ສະ​ຫງົ​ບ​ຢູ່​ເຂດ​ຊາຍ​ແດນ

ທ່ານພົນຕີ ຮ່ວາງຊວັນຈ໊ຽນ ຕາງໜ້າຄະນະມອບເງິນຈຳນວນ 90 ລ້າຍກີບ ໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ.(ພາບ:TTXVN)

ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ. ສອງຝ່າຍສືບຕໍໍ່ຊີ້ນຳບັນດາອົງການ, ກົມກອງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືຊາຍແດນລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມປະຊາຊົນຢູ່ເຂດຊາຍແດນ 2 ປະເທດກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນແລະ ຫຼັກໝາຍຊາຍແດນ. ທີ່ກອງປະຊຸມພົບປະເຈລະຈາ, ທ່ານພົນຕີ ຮ່ວາງຊວັນຈ໊ຽນ ຕາງໜ້າຄະນະມອບເງິນຈຳນວນ 90 ລ້າຍກີບ ໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ ເພື່ອຊ່ວຍເຫຼືອປະຊາຊົນຢູ່ທາງແຂວງພາກກາງ ແລະ ພາກໃຕ້ລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດແລະ ມີການດຳລົງຊີວິດເປັນປົກກະຕິໂດຍໄວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3708.html

In bài biết