06:51 | 18/09/2019

ກອງບັນຊາການທະຫານ ແຂວງໄຊຍະບູລີ (ລາວ) ແລະ ແຂວງອຽນບ໋າຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ສຳລັບການເຄື່ອນໄຫວໃນປີ 2020

ກອງບັນຊາການທະຫານ ແຂວງໄຊຍະບູລີ (ລາວ) ແລະ ແຂວງອຽນບ໋າຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ສຳລັບການເຄື່ອນໄຫວໃນປີ 2020

ກອງບັນຊາການສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ປີ 2020.​ (ພາບ: baoyenbai.com.vn)

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະສະພາບການເຄື່ອນໄຫວຂອງກໍາລັງປະກອບອາວຸດ; ລາຍງານໝາກຜົນການປະຕິບັດກົດລະບຽບສົມທົບກັນໃນປີ 2019. ຕາມນັ້ນແລ້ວ, ກອງບັນຊາການທະຫານສອງແຂວງໄດ້ປະຕິບັດບັນດາເນື້ອໃນຢ່າງມີປະສິດທິຜົນຕາມກົດລະບຽບສົມທົບກັນ ແລະບົດບັນທຶກຊ່ວຍຈໍາ, ການເຄື່ອນໄຫວຮັບປະກັນໃຫ້ຖືກຕ້ອງຕາມແນວທາງ, ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງສອງພັກ, ສອງລັດ ແລະ ຫຼັກການພົວພັນຕ່າງປະເທດດ້ານການທະຫານ; ເພີ່ມທະວີການໂຄສະນາຮູບພາບພູມລຳເນົາປະເທດຊາດ, ປະຊາຊົນ, ຄວາມປະເພນີປະຕິວັດຂອງພັກ, ກອງທັບ ແລະ ປະຊາຊົນຫວຽດນາມ - ລາວ ແລະ ສອງແຂວງອຽນບາຍ - ໄຊຍະບູລີ; ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກ, ການບັນຊາຂອງຂັ້ນເທິງ ແລະ ການນໍາສອງແຂວງຕາມຫຼັກການເຫັນດີເຫັນພ້ອມ, ສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈ ແລະເຊື່ອໝັ້ນເຊິ່ງກັນ ແລະ ກັນ...

ກອງບັນຊາການທະຫານ ແຂວງໄຊຍະບູລີ (ລາວ) ແລະ ແຂວງອຽນບ໋າຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ສຳລັບການເຄື່ອນໄຫວໃນປີ 2020

ຜູ້ນຳກອງບັນຊາການທະຫານ ແຂວງອຽນບາຍ ໄດ້ມອບຂອງຂວັນໃຫ້ກອງພັນປືນໃຫຍ່ 609.. (ພາບ: baoyenbai.com.vn)

ປີ 2019, ສອງຝ່າຍໄດ້ປຶກສາຫາລື ເພື່ອເປີດຊຸດຝືກອົບຮົມໃຫ້ພະນັກງານ ແລະ ຂ້າລັດຖະການ ວັດທະນະທຳ ບັນດາແຂວງພາກເໜືອ ແລະ ໄດ້ຝຶກອົບຮົມນາຍທະຫານຈຳນວນ 10 ຄົນ.

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ເຫັນດີເປັນເອກະພາບຕໍ່ເນື້ອໃນການເຄື່ອນໄຫວຮ່ວມມື, ແລກປ່ຽນຄະນະໃນປີ 2020.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3707.html

In bài biết