11:32 | 17/08/2019

ຫວຽດນາມ ແລະ ລາວ ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ

ຕາມບົດລາຍງານໃນກອງປະຊຸມ, ປັດຈຸບັນມີຊາວແຂວງເງະອານທີ່ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບພວມດໍາລົງຊີວິດຢູ່ແຂວງບໍລິຄໍາໄຊ ຈໍານວນ 800 ຄົນ. ໃນປີ 2019, ຄະນະສະເພາະກິດລະຫວ່າງສອງແຂວງໄດ້ສົມທົບກັນປະຕິບັດການສໍາຫຼວດ, ຈັດແບ່ງປະເພດ ແລະຂຶ້ນບັນຊີລາຍຊື່ຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນແຂວງບໍລິຄໍາໄຊ ເປັນສອງຄັ້ງດ້ວຍຕົວເລກປະກົດໃໝ່ແມ່ນ 119 ຄອບຄົວ/798 ຄົນ.

ຫວຽດນາມ ແລະ ລາວ ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ

ຜູ້ຕາງໜ້າການນໍາສອງແຂວງແລກປ່ຽນເອກະສານເຮັດວຽກ. (ພາບ: nhandan.com.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສະເໜີຄະນະສະເພາະກິດ, ກະຊວງການຕ່າງປະເທດສອງປະເທດພິຈາລະນາ, ແກ້ໄຂ 11 ຄອບຄົວ/56 ຄົນທີ່ກໍາລັງດໍາລົງຊີວິດຢູ່ເມືອງຄໍາເກີດ (ແຂວງບໍລິຄໍາໄຊ); ພ້ອມທັງ, ເຫັນດີເປັນເອກະພາບເພີ່ມທະວີບັນດາມາດຕະການຄຸ້ມຄອງພົນລະເມືອງຢູ່ເຂດຊາຍແດນກໍຄືຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບກົດລະບຽບ, ສັນຍາຊາຍແດນຂອງສອງປະເທດໃຫ້ແກ່ປະຊາຊົນເພື່ອເຮັດໃຫ້ສະພາບຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນຫວຽດນາມ - ລາວ ຫຼຸດລົງເທື່ອລະກ້າວ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3702.html

In bài biết