07:20 | 21/08/2019

ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ

ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ

ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ.(ພາບ:qdnd.vn)

ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ເຢືອງວັນຖັງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ເນັ້ນໜັກວ່າການຮ່ວມມືລະຫວ່າງບັນດາອົງການຕຸລາການໃນກອງທັບຫວຽດນາມ ແລະ ລາວ ໄດ້ມີມູນເຊື້ອເປັນຫຼາຍປີແລ້ວ ແລະບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ; ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນສະແດງໃຫ້ເຫັນການສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນຢ່າງມີປະສິດທິຜົນ; ໃນໄລຍະຝຶກອົບຮົມມາເປັນເວລາ 1 ເດືອນນັ້ນ, ພະນັກງານສານທະຫານແຫ່ງ ສປປ ລາວ ຈະຮັບເອົາຄວາມຮູ້, ບົດຮຽນຕ່າງໆໂດຍມີການຄັດເລືອກ ແລະ ແທດຈິງ, ຮັບໃຊ້ວຽກງານພຶດຕິກຳຕົວຈິງໂດຍກົງ; ໃນວິວັດການແລກປ່ຽນ, ຮໍ່າຮຽນ, ສານທະຫານສູນກາງກໍ່ໄດ້ມີໂອກາດໄດ້ຮັບເອົາບັນດາບົດຮຽນທີ່ດີຂອງສານທະຫານແຫ່ງ ສປປ ລາວ ເພື່ອສາມາດເພີ່ມຕື່ມເຂົ້າທິດສະດີນິຕິກໍາ ແລະປັບປຸງບົດຮຽນໃນການເຄື່ອນໄຫວພຶດຕິກໍາຕົວຈິງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3699.html

In bài biết