08:42 | 14/08/2019

ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24

ເຂົ້າຮ່ວມພິທີເປີດ ມີທ່ານ ສຸລິຍາ ວິທອງໄພ - ເລຂາທີ 4 ສະຖານທູດລາວ ປະຈຳຫວຽດນາມ, ທ່ານ ບູ່ຍກວາງຮູຍ ເລຂາຄະນະຊາວຫນຸ່ມກອມມູນິດ ໂຮ່ຈີມິນ ພ້ອມກັບ ສຳມະນາກອນ 50 ຄົນ ຊື່ງແມ່ນພະນັກງານຊາວຫນຸ່ມຂັ້ນສູນກາງ, ກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງລາວເຂົ້າຮ່ວມ. ຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24 ໄດ້ດຳເນີນແຕ່ວັນທີ 12 ສິງຫາ 2019 ຮອດ ວັນທີ 7 ກັນຍາປີ 2019.

ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24

ຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24.(ພາບ: vovworld.vn)

ເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24

ທ່ານ ຄຳເລ້ ໄຊຍະວົງສີ ຮອງເລຂາຄະນະຊາວຫນຸ່ມແຂວງ ວຽງຈັນ ກ່າວຄໍາເຫັນທີ່ພິທີເປີດ.(ພາບ: vovworld.vn)

ຊຸດອົບຮົມຄັ້ງນີ້ ສະຖາບັນຊາວຫນຸ່ມເຍົາວະຊົນຫວຽດນາມ ໄດ້ກະກຽມຢ່າງລອບຄອບ ຈາກບັນຫາແນວທາງການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ຕະຫລອດຮອດທັດສະນະຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມີນ ເພື່ອສຶກສາໃຫ້ລຸ້ນຫນຸ່ມ ກ່ຽວກັບສາຍພົວພັນຫວຽດນາມ - ລາວ, ການພົວພັນດ້ານເສດຖະກິດການຄ້າ ຫວຽດນາມ -ລາວ. ຊຸດອົບຮົມໄດ້ຮັບການປະຕິບັດຕາມເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ແລະ ຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ ໄລຍະ 2017-2022.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3680.html

In bài biết