11:33 | 11/07/2019

ການລົງລາຍເຊັນບົດບັນທຶກຊ່ວຍຈຳລະຫວ່າງບັນດາຫນ່ວຍງານຕໍາຫຼວດ ແລະ ປ້ອງກັນຄວາມສະຫງົບຢູ່ຊາຍແດນ ຫວຽດນາມ - ລາວ

ກອງປະຊຸມໄດ້ຕີລາຄາຖສູງ ຕໍ່ຈິດໃຈ ແລະ ຄວາມຮັບຜິດຊອບຂອງຕໍາຫຼວດບັນດາເມືອງໃນການປະສານງານເພື່ອຮັບປະກັນຄວາມປອດໄພຊາຍແດນ, ເຮັດໃຫ້ການປະສານງານ ໄດ້ສືບຕໍ່ເລິກເຊິ່ງ, ມີແບບແຜນ ແລະ ໄດ້ຮັບປະສິດຕິຜົນ, ພ້ອມກັນນັ້ນ ໄດ້ສົນທະນາແກ້ໄຂ ບາງບັນຫາ ແລະ ຄວາມຫຍຸ້ງຍາກ ຂອງທັງສອງຝ່າຍ.

ການລົງລາຍເຊັນບົດບັນທຶກຊ່ວຍຈຳລະຫວ່າງບັນດາຫນ່ວຍງານຕໍາຫຼວດ ແລະ ປ້ອງກັນຄວາມສະຫງົບຢູ່ຊາຍແດນ ຫວຽດນາມ - ລາວ

ບັນດາຜູ້ນໍາຕໍາຫລວດ ສອງຝ່າຍ ໄດ້ລົງລາຍເຊັນບົດບັນທຶກຄວາມຈົດຈຳໄວ້. (ພາບ: baoquangbinh.vn)

ສອງຝ່າຍໄດ້ເຫັນດີນໍາການປະຕິບັດເນື້ອໃນການຮ່ວມມື ໃນອະນາຄົດ ເຊັ່ນ: ການປະສານງານ ແລະ ຮ່ວມມືເພື່ອປົກປ້ອງຄວາມປອດໄພທາງດ້ານການເມືອງ; ຮ່ວມມືເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຮັບປະກັນຄວາມປອດໄພຂອງພົນລະເມືອງຂອງສອງປະເທດໃນອານາເຂດຂອງຕົນ. ຮ່ວມມືໃນການປ້ອງກັນ ແລະ ຕ້ານອາຊະຍາກໍາ, ປົກປ້ອງຄວາມປອດໄພ ໃນເຂດຊາຍແດນຂອງເມືອງ; ກົນໄກການປະສານງານ...

ສິ້ນສຸດກອງປະຊຸມ, ຜູ້ນຳບັນດາຫນ່ວຍງານຕໍາຫຼວດ ແລະ ປ້ອງກັນ ຄວາມສະຫງົບ ຂອງບັນດາເມືອງມຢູ່ເຂດຊາຍແດນ ຫວຽດນາມ - ລາວ ໄດ້ລົງລາຍເຊັນບົດບັນທຶກຊ່ວຍຈຳ ແລະ ມອບຂອງຂວັນເປັນທີ່ລະນຶກ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3679.html

In bài biết