14:13 | 12/07/2019

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບຕ້ອນ ໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ

ໃນໂອກາດນີ້້ ສະຫາຍ ພົນຈັດຕະວາ ຫູວ ແທ້ງ ວິງ ຮອງອໍານວຍການໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນ ຫວຽດນາມ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງວຽງຈັນທີ່ໄດ້ໃຫ້ກຽດການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບໂດຍຫຍໍ້ກ່ຽວກັບສິດໜ້າທີ່, ພາລະບົດບາດຂອງລະບົບໂຮງຮຽນ ເຊິ່ງປັດຈຸບັນແມ່ນການກໍ່ສ້າງພະນັກງານນາຍທະຫານສືບທອດແຕ່ລະຂັ້ນແຕ່ລະລະດັບ ຂອງກອງທັບປະຊາຊົນຫວຽດນາມ ທີ່ມີແບບແຜນການສິດສອນທີ່ທັນສະໄໝ, ມີທັງລະບົບບຳລຸງໄລຍະສັ້ນ ແລະ ກໍ່ສ້າງໄລຍະຍາວ.

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບຕ້ອນ ໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ

ບັນຍາກາດທີ່ການພົບປະເຈລະຈາ. (ພາບ: Lao's Army News)

ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາ ຄາສູງຕໍ່ກັບການມາຢ້ຽມຢາມ ຂອງຄະນະຜູ້ແທນຈາກໂຮງຮຽນນາຍທະຫານບົກເລກ 1 ກອງທັບ ປະຊາຊົນຫວຽດນາມ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມທີ່ ມີມາແຕ່ດົນນານເວົ້າລວມ ເວົ້າສະເພາະກໍຄືກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບ ໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວທັງສອງຝ່າຍ ກໍຍັງໄດ້ມີການມອບຂອງຂວັນ ໃຫ້ກັນ ແລະ ກັນ ເພື່ອໄວ້ເປັນທີ່ລະນຶກນຳຕື່ມອີກ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3675.html

In bài biết