22:42 | 21/06/2019

ຫວຽດນາມ - ລາວ: ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ

ຫວຽດນາມ - ລາວ: ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ

ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຖ່າຍຮູບເປັນທີ່ລະນຶກກັບກອງບັນຊາການທະຫານແຂວງເງ້ອານ.(ພາບ:baonghean.vn)

ທີ່ການເຮັດວຽກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ແລະ ກອງບັນຊາການທະຫານແຂວງເງ້ອານ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບບາງເນື້ອໃນ, ວິທີການສົມທົບກັນເຄື່ອນໄຫວໃນໄລຍະຈະມາເຖິງ. ກອງບັນຊາການທະຫານແຂວງເງ້ອານ ໄດ້ລາຍງານກັບຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ບາງຈຸດຕົ້ນຕໍກ່ຽວກັບຈຸດພິເສດຂອງພູມີປະເທດ, ປະຫວັດສາດ, ວັດທະນະທໍາແຂວງເງະອານ. ສະພາບການພັດທະນາເສດຖະກິດ-ສັງຄົມໃນບໍລິເວນແຂວງ ໃນ 6 ເດືອນຕົ້ນປີ.

ຫວຽດນາມ - ລາວ: ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ

ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານແຂວງເງ້ອານ.(ພາບ:baonghean.vn)

ໃນໄລຍະຜ່ານມາ,​ກອງບັນຊາການທະຫານແຂວງເງ້ອານ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຈັດຕັ້ງສໍາເລັດຊຸດຝຶກອົບຮົມບໍາລຸງຄວາມຮູ້ດ້ານການທະຫານ, ການປ້ອງກັນຊາດໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງຊຽງຂວາງ. ກອງບັນຊາການທະຫານຊາຍແດນແຂວງເງ້ອານ ໄດ້ ແລະ ກໍາລັງເປັນເສນາທິການໃນການປະກາດໃຊ້ແຜນຮ່າງ “ໜູນຊ່ວຍ, ຊ່ວຍເຫຼືອ 7 ກອງຮ້ອຍທະຫານຊາຍແດນສັງກັດ 3 ແຂວງຕິດກັບຊາຍແດນ, ສປປ ລາວ" ແລະ ອື່ນໆ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3665.html

In bài biết