16:18 | 24/05/2019

ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ

ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ

ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ.(ພາບ:ຂປລ)

​ໃນກອງປະຊຸມ ສອງຝ່າຍຕ່າງ​ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມແຂວງຂອງຕົນໃຫ້ກັນຊາບພ້ອມທັງໄດ້ແລກປ່ຽນບົດຮຽນໃນຂົງເຂດອຸດສະຫະກໍາ ແລະ ການຄ້າ ນໍາກັນ. ຈາກ​ນັ້ນ​ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືພັດທະນາ ວຽກງານອຸດສະຫະກຳ ແລະ ການຄ້າ ແນ່ໃສ່ເສີມຂະຫຍາຍຄວາມອາດສາມາດ, ທ່າແຮງຂອງສອງຝ່າຍ, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາດ້ານອຸດສະຫະກຳ ແລະ ການຄ້າ, ສົ່ງເສີມພັດທະນາເສດຖະກິດ-ສັງຄົມ, ຕອບສະໜອງຄວາມຕ້ອງການໃນການຮ່ວມມືພັດທະນາ ແລະ ເຊື່ອມໂຍງ ເສດຖະກິດສາກົນ, ສອງຝ່າຍເຫັນດີເພີ່ມທະວີສ້າງສາຍພົວພັນຮ່ວມມືນໍາກັນເພື່ອຄວາມຢູ່ດີກິນດີຂອງປະຊາຊົນທັງສອງຊາດ ລາວ-ຫວຽດນາມ ກໍຄື ປະຊາຊົນສອງແຂວງ ອັດຕະປື ແລະ ອານຢາງ ໃຫ້ນັບມືດີຂື້ນເປັນກ້າວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-3652.html

In bài biết