ລາວ-ຫວຽດນາມ ແລກປ່ຽນວຽກງານປຸກລະດົມຂົນຂວາຍ
|
ບັນຍາກາດການພົບປະ
ການພົບປະຄັ້ງນີ້ເປັນການເພີ່ມທະວີສາຍພົວພັນຮ່ວມມືແບບພິເສດຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແລ້ວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ໃນນີ້ ສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບລວມຂອງຕົນໃຫ້ກັນຊາບ ໂດຍໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ຂໍ້ສະດວກ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນວຽກງານປຸກລະດົມອົງການຈັດຕັ້ງພັກ ແລະ ປະ ຊາຊົນປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ເຊິ່ງທ່ານ ສີຫຸນ ສິດທິລືໄຊ ກ່າວວ່າ: ພາຍໃຕ້ການນຳພາຂອງພັກ ຄະນະພັກ ນວ ທີ່ເອົາໃຈໃສ່ຫຼາຍຮູບຫຼາຍສີນຳພາມະຫາຊົນ ແລະ ຍ້ອນຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງປະຊາຊົນ ຈຶ່ງເຮັດໃຫ້ຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາ ນວ ມີຜົນສຳເລັດເປັນກ້າວໆ ພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ ຄຽງຄູ່ກັນນີ້ກໍຍັງມີບາງດ້ານທີ່ຄົງຄ້າງ ເນື່ອງມາຈາກປັດໄຈໃນຕົວ ແລະ ນອກຕົວ ແຕ່ຄະນະພັກ ນວ ຈະສືບຕໍ່ຊຸກຍູ້ມະຫາຊົນຈັດຕັ້ງປະຕິບັດທຸກຂົງເຂດວຽກງານ.
ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ໃຫ້ມີຜົນສຳເລັດ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສັງຄົມມີຄວາມສະຫງົບ ສ່ວນຝ່າຍຫວຽດນາມກໍໄດ້ລາຍງານວຽກງານປຸກລະດົມຂົນຂວາຍມະຫາຊົນ ໂດຍໄດ້ປະຕິບັດຕາມການມອບໝາຍຂອງກົມການ ເມືອງສູນກາງພັກໃຫ້ຄະນະຂົນຂວາຍປະຊາຊົນ ສູນກາງພັກກະກຽມກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມທີ່ຈະຈັດຂຶ້ນປີ 2021 ໃຫ້ມີຜົນສຳເລັດ ຄະນະຂົນຂວາຍກໍໄດ້ຄົ້ນຄວ້າດ້ານເສດຖະກິດ-ສັງຄົມ ແລະ ໄດ້ລົງຊຸກຍູ້ປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການຕ່າງໆໃຫ້ເປັນຂະບວນການຟົດຟື້ນ ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມືວຽກງານດັ່ງກ່າວລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາຕື່ມອີກ.
ການພົບປະຄັ້ງນີ້ ເປັນການແລກປ່ຽນບົດຮຽນວຽກງານດັ່ງກ່າວລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອພ້ອມກັນເສີມຂະຫຍາຍບົດຮຽນດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດຄົງຄ້າງໃນໄລຍະຜ່ານມາ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ໃນການນຳເອົາປະເທດຊາດ ໄປສູ່ຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນມີຄວາມຜາສຸກຮັ່ງມີ ແລະ ປະເທດຊາດມີຄວາມຈະເລີນສີວິໄລກ້າວສູ່ສັງຄົມນິຍົມ.
(ແຫຼ່ງຂໍ້ມູນ: vientianemai.net)