10:03 | 20/05/2019

ນັກສຶກສາລາວ ກັບ ຄອບຄົວຄົນຫວຽດນາມ

ນັກສຶກສາລາວ ກັບ ຄອບຄົວຄົນຫວຽດນາມ

ລາຍການ “ນັກສຶກສາລາວກັບຄອບຄົວຫວຽດນາມ”

ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີ໋ມິງ ຕີລາຄາສູງຄວາມໝາຍຄວາມສຳຄັນຂອງລາຍການ “ນັກສຶກສາລາວກັບຄອບຄົວຫວຽດນາມ” ໃນການໜູນຊ່ວຍທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ນັກສຶກສາລາວ ແລະ ສະແດງຄວາມຂອບອົກຂອບໃຈ ຕໍ່ການເອົາໃຈໃສ່, ຈິດໃຈຂອງບັນດາຂະແໜງການ, ຂັ້ນຕ່າງໆ ແລະ ປະຊາຊົນຊາວນະຄອນໂຮ່ຈີ໋ມິງ ທີ່ສະຫງວນໃຫ້ແກ່ນັກສຶກສາລາວ.

ລາຍການ “ນັກສຶກສາລາວກັບຄອບຄົວຫວຽດນາມ” ເພື່ອແນໃສ່ສ້າງສະພາບແວດລ້ອມໃຫ້ແກ່ນັກສຶກສາລາວ ໄດ້ສຳຜັດກັບຊີວິດການເປັນຢູ່, ການດໍາເນີນຊີວິດ, ວັດທະນະທໍາ ຂອງຄອບຄົວຫວຽດນາມ; ໄດ້ຜັນຂະຫຍາຍການສາທິດ ດ້ວຍການເຂົ້າຮ່ວມຂອງ ຄອບຄົວຫວຽດນາມ 13 ຄອບຄົວ, ທີ່ຮັບນັກສຶກສາລາວພວມຮ່ຳຮຽນຢູ່ນະຄອນໂຮ່ຈີ໋ມິງ ມາພັກເຊົາ, ດໍາເນີນຊີວິດຢູ່ນຳຄອບຄົວໃນໄລຍະເວລາ 3 ເດືອນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3635.html

In bài biết