ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ
ກວດກາ ແລະ ຜ່າຕັດຕາໃຫ້ແກ່ປະຊາຊົນແຂວງເຊກອງ
ທີ່ເມືອງດັກຈືງ ແລະ ເມືອງທ່າແຕ່ງ, ທີມງານໄດ້ມີການກວດພະຍາດ ແລະ ແຈກຢາທີ່ບໍ່ເສຍຄ່າໃຫ້ແກ່ປະຊາຊົນຫຼາຍກວ່າ 2.000 ຄົນ ແລະ ຜ່າຕັດຕາໃຫ້ປະຊາຊົນ 101 ຄົນ, ມອບຂອງຂວັນໃຫ້ແກ່ປະຊາຊົນຜູ້ທີມີຄວາມທຸກຍາກ 150 ຄົນ.
ທິມງານມອບຂອງຂວັນໃຫ້ແກ່ປະຊາຊົນແຂວງເຊກອງ
ທີມງານຍັງໄດ້ໄປຢ້ຽມຢາມ ແລະ ໄດ້ມອບຂອງຂວັນໃຫ້ທ່່ານນາງ ການເຈຍ (ຊື່ຫຼີ້ນແມ່ນຊື່ຮີນ), ອາໃສຢູ່ເມືອງ ຫຼ້າມ່າມ. ທ່່ານນາງ ການເຈຍ ເປັນຜູ້ທີ່ໄດ້ເອົານໍ້ານົມຂອງຕົນເພື່ອຊ່ວຍເຫລືອທະຫານອາສາສະໝັກຫວຽດນາມຄົນໜຶ່ງໃນລະຫວ່າງສົງຄາມກັບປະເທດຝຣັ່ງ.
ພິມີເຊັນບົດບັນທຶກກ່ຽວກັບການປະສານງານດ້ານການພົວພັນທາງການທູດຂອງປະຊາຊົນໄລຍະ 2019 - 2024
ມູນຄ່າທັງຫມົດຂອງສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງກວາງນາມ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງໄດ້ມີການບໍລິຈາກເງິນດ້ວຍຈໍານວນເງິນຫຼາຍກວ່າ 600 ລ້ານດົ່ງ ເພື່ອຮັບໃຊ້ໃນການຈັດຕັ້ງປະຕິບັດລາຍການນີ້. ໃນໂອກາດດັ່ງກ່າວ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກວາງນາມ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ແຂວງເຊກອງໄດ້ເຊັນບົດບັນທຶກກ່ຽວກັບການປະສານງານດ້ານການພົວພັນທາງການທູດຂອງປະຊາຊົນໄລຍະ 2019 - 2024.
(ໄຊພອນ)