00:54 | 15/05/2019

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ທ່ານນາງ ຫງວຽນ ເຟືອງ ງາ ແລະ ທ່ານນາງ ອາລຸນີ ກົມມະສິດ

ໂດຍຕອບຮັບຕາມຄໍາເຊີນຂອງ ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ປະທານກຸ່ມແມ່ຍິງຊຸມຊົນອາຊຽນທີ່ຮ່າໂນ້ຍ, ທ່ານນາງ ອາລຸນີ ກົມມະສິດ ປະທານຄະນະພະນັກງານການທູດເພດຍິງກະຊວງການຕ່າງປະເທດລາວ ໄດ້ນໍາພາຄະນະຜູ້ແທນພະນັກງານເພດຍິງກະຊວງການຕ່າງປະເທດລາວມາຫວຽດນາມເຂົ້າຮ່ວມລາຍການພົບປະແລກປ່ຽນປະຈໍາປີ ລະຫວ່າງ ຄະນະພະນັກງານການທູດເພດຍິງຂອງກະຊວງການຕ່າງປະເທດສອງປະເທດຫວຽດນາມ - ລາວ ໃນລະຫວ່າງວັນທີ 21-24 ມີນາ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ໄດ້ເນັ້ນຫນັກວ່າ, ພາຍຫຼັງເກືອບ 5 ປີ ຂອງການສ້າງຕັ້ງ, ກົນໄກນີ້ໄດ້ກາຍເປັນສິ່ງສໍາຄັນທີ່ສຸດ, ພ້ອມກັນກັບກົນໄກອື່ນໆທີ່ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສໍາພັນ ລະຫວ່າງ ພະນັກງານການທູດເພດຍິງຂອງສອງກະຊວງຕ່າງປະເທດ, ປະຕິບັດຂໍ້ຕົກລົງວ່າດ້ວຍການເພີ່ມທະວີໃນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະ 2014-2020, ໂດຍຜ່ານນັ້ນກໍ່ແມ່ນການປະກອບສ່ວນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ໄດ້ສະແດງຄວາມຊົມເຊີຍຕໍ່ປະຊາຊົນລາວໃນບັນດາຜົນສໍາເລັດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງບົດບາດຂອງປະເທດລາວໃນໄລຍະຜ່ານມາ. ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ເຊື່ອໝັ້ນວ່າຜ່ານກົນໄກແລກປ່ຽນປະຈໍາປີ, ພະນັກງານການທູດຍິງຂອງສອງປະເທດຈະມີເງື່ອນໄຂເພື່ອຮຽນຮູ້, ແລກປ່ຽນປະສົບການດ້ານການພົວພັນຕ່າງປະເທດສອງຝ່າຍ ແລະ ຫຼາຍຝ່າຍ.

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ກໍ່ໄດ້ສະເໜີພະນັກງານເພດຍິງທັງໝົດຂອງກະຊວງການຕ່າງປະເທດລາວຈົ່ງສະໜັບສະໜູນໃຫ້ແກ່ເອື້ອຍນ້ອງແມ່ຍິງຫວຽດນາມເກືອບ 50.000 ຄົນທີ່ກໍາລັງດໍາລົງຊີວິດ ແລະ ເຮັດວຽກຢູ່ລາວເພື່ອໃຫ້ເຂົາເຈົ້າໄດ້ຮັບຄວາມສະດວກສະບາຍໃນການເຮັດວຽກ ແລະ ຊີວິດປະຈໍາວັນ, ປະກອບສ່ວນໃນການພັດທະນາຂອງລາວ ແລະ ການພົວພັນມິດຕະພາບອັນພິເສດລະຫວ່າງສອງປະເທດ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ສອງຝ່າຍໄດ້ຕົກລົງເພີ່ມທະວີໃນການປະສານງານ ແລະ ການສະຫນັບສະຫນູນເຊິ່ງກັນ ແລະ ກັນເພື່ອຊຸກຍູ້ໃນການເຄື່ອນໄຫວຂອງຊຸມຊົນອາຊຽນ, ໂດຍສະເພາະໃນກິດຈະກໍາກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ-ຊາຍ, ຍົກສູງຄວາມສາມາດຂອງແມ່ຍິງ ກໍ່ຄືບັນດາກິດຈະກໍາຕ່າງໆ ແລະ ຂໍ້ຄິດສ້າງໂດຍຫວຽດນາມເປັນປະທານເຊິ່ງໃນບົດບາດເປັນປະທານອາຊຽນ 2020.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3619.html

In bài biết